ຫຼາຍປີກ່ອນນີ້, ຖ້າຫາກທ່ານຕ້ອງເບິ່ງວີດີໂອອອນລາຍກັບໝູ່ ແລະຄອບຄົວ, ທາງເລືອກງ່ານທີ່ສຸດສຳຫຼັບທ່ານ ອາດແມ່ນເອົາຄອມເປີດໃຫ້ເບິ່ງກັນເລີຍ. ຫຼື ຖ້າຫາກຕ້ອງການເບິ່ງຢູ່ໂທລະທັດ, ທ່ານກໍ່ຕ້ອງໃຊ້ລີໂມດ ກົດເລືອກ ໂຕອັກສອນເທື່ອລະໂຕ ເທື່ອລະໂຕ ຢູ່ໂທລະທັດຫັ້ນແລ້ວເຂົ້າເລືອກວິດີໂອ. ຫຼື ບາງຄົນຖ້າວ່າ ຈະໂຊວ໌ Presentation ໂຕເອງ, ແລ້ວບາງເທື່ອຄອມໂຕເອງ ສຽບແລ້ວໃຊ້ບໍ່ໄດ້… ຟັງແລ້ວ ເຊັງ.

ສະນັ້ນ, 5 ປີກ່ອນນີ້, Google ໄດ້ປ່ອຍຜະລິດຕະພັນໃໝ່ຊື່ວ່າ Chromecast (ໂຄມແຄສ)ເພື່ອໃຫ້ປ່ຽນຈາກໂທລະທັດຈີ໋ໆ ເບິ່ງວີດີໂອສຕິມມິ່ງໄດ້ງ່າຍໆ ຄືປອກກ້ວຍ. ພຽງແຕ່ເລືອກວ່າຊິເບິ່ງຫຍັງໃນໂທລະສັບ, ແລ້ວກົດ Casting ແລ້ວ ກົດປຸ່ມ Play. ເທົ່ານີ້… ເຈົ້າກໍ່ສະບາຍລ່ະ, ເບິ່ງໂທລະທັດມ່ວນ, ໄດ້ເບິ່ງລາຍການຫຼືໜັງທີ່ຢາກຈະເບິ່ງ.
ແລ້ວ Chromecast ກ່ຽວຫຍັງກັບເມຍ ?
ຕາມ Blog ຂອງ Google, ໄດ້ເລົ່າໃນງານສະຫຼອງຄົບຮອບ 5ປີ ຂອງ Chromecast, ມີຄົນໄດ້ໄປຖາມ ພະນັກງານກູໂກ້ ຊື່ວ່າ Majd Bakar, ຊຶ່ງເປັນ Chromecast engineer ແລະ ເມຍລາວ ຊື່ Carla Hindie.
Chromecast ກ່ຽວຂ້ອງກັບເມຍ Majd ເຕັມໆ
Majd: “ຜູ້ທີ່ເປັນແຮງບັນດາໃຈໃຫ້ຄິດຢາກສ້າງ Chromecast ຂຶ້ນມາ, ເພາະເມຍຂ້ອຍນີ້ແຫລະ”
Chromecast ມາເປັນຜະລິດຕະພັນທີ່ໄດ້ບັນຄວາມສຳເລັັດໄດ້ແນວໃດ ?
Majd ວ່າ ຕອນປີ2008, ເມຍຂ້ອຍມັກຊອກວີດີໂອມາເບິ່ງຕະຫຼອດ, ຂ້ອຍຈື່ໄດ້ວ່າຕອນນັ້ນເມຍ ກຳລັງຊິເບິ່ງໜັງ, ລະລາວກະໄປເອົາຄອມມາເປີດແລ້ວເລືອກໜັງ, ຈັດລຽນວີດີໂອທີ່ຢາກຈະເບິ່ງໄວ້, ແລ້ວກະປິດຄອມ. ແຕ່ວ່າ ພັດໄປ ຕອນເປີດໜັງເພື່ອໃຊ້ໂທລະທັດ ເພື່ອຈະເອົາເຄື່ອງຫຼິ້ນເກມມາເປີດແທນ, Majd ກະເບິ່ງເມຍແລ້ວກະຄິດ ວ່າ: “ຍາກໂພດເບາະ ? ຊິວິດມັນເປັນຫຍັງຕ້ອງໃຫ້ຍາກ ? ໂວວວ ”
Carla: ກະເພາະວ່າໃນໂທລະທັດ ມັນກົດໃຊ້ຍາກ, ຊິຊອກຊິເລືອກວີດີໂອນີ້ຊ້າກວ່າເຕົ່າອີກ.
Majd: ເວົ້າກັບເມຍວ່າ: “ໂອເຄ,ຊັ້ນຂ້ອຍຊິໄປສ້າງ ໂທລະທັດໃຫ້ມັນໃຊ້ງ່າຍຄືໂທລະສັບ, ພຽງແຕ່ຕໍ່ເຂົ້າເບິ່ງວີດີໂອ ເຂົ້າກັບຈໍໃຫຍ່ໆ, ແລະເຮັດໃຫ້ເຄື່ອງນັ້ນໃຫ້ໃຊ້ງ່າຍທີ່ສຸດ.”
ເຈົ້າຄິດວ່າ ແມ່ນຄວາມຈິງແທ້ບໍ່, Tech Ideas ທີ່ດີທີ່ສຸດ ແມ່ນມາຈາກຄົນບໍ່ມັກເຕັກໂນໂລຢີ ?
Majd: ຂ້ອຍຄິດວ່າໄອເດຍທີ່ດີແມ່ນສາມາດໄດ້ຈາກທຸກຄົນນັ້ນແຫຼະ- ເຈົ້າບໍ່ຈຳເປັນຕ້ອງເປັນຄົນທີ່ມັກເຕັກໂນໂລຢີທີ່ຄິດສ້າງສິ່ງປະດິດທີ່ດີທີ່ສຸດຕໍ່ໄປຕະຫຼອດເວລາ. ສິ່ງສຳຄັນທີ່ສຸດແມ່ນສ້າງສິນຄ້ານັ້ນສາມາດ ແກ້ໄຂບັນຫາທີ່ຄົນມັກປະສົບບັນຫາ, ແລະ ມີຜົນປະໂຫຍດຕໍ່ຜູ້ຄົນ. ຄົນທີ່ບໍ່ຄ່ອຍຮູ້ເລື່ອງເຕັກໂນໂລຢີກໍ່ມີຄວາມຕ້ອງການການແກ້ໄຂບັນຫາ ບໍ່ຊັບຊ້ອນແລະນຳໃຊ້ງ່າຍໆ, ມັກຫຼາຍກວ່າຄວາມຫຍຸ້ງຍາກ – ສະນັ້ນ, ບາງທີໄອເດຍຂອງພວກເຂົາອາດເປັນຜົນດີໃຫ້ສິນຄ້າພ້ອມກັບດືງດູດໃຈທຸກຄົນ.
ໃຊ້ເວລາດົນປານໃດໃນການສ້າງ Chromecast?
Majd: ຂ້ອຍໄດ້ເຂົ້າເຮັດວຽກນຳ Google ໃນປີ 2011 ເພື່ອສ້າງສິນຄ້ານັ້ນຈະປ່ຽນຄວາມປ່ຽນແປງການນຳໃຊ້ເບິ່ງໂທລະທັດຂອງຄົນ. ຂ້ອຍໄດ້ຕັ້ງຄວາມຫວັງກັບໄອເດຍນີ້ແລະທຸກໆຄົນຕ້ອງຕື່ນເຕັ້ນໄປກັບມັນ. ເຊິ່ງມັນແມ່ນປີ 2012 ທີ່ໄດ້ລິເລີ່ມແທ້ໆ, ແລະແລ້ວພວກເຮົາກໍ່ໄດ້ເປີດໂຕ Chromecast ໃນເດືອນກໍລະກົດ, 2013.
ເຈົ້າຮູ້ສຶກແນວໃດ, ເມື່ອ Chromecast ໄດ້ເປີດໂຕແລ້ວ?
Majd: ໃນຕອນທຳອິດ ຂ້ອຍໄດ້ຊື້ Chromecast home ໂຕທົດລອງມາ, ຊ່ວງທ້າຍປີ 2012. ຂ້ອຍເຊື່ອມຕໍ່ເຂົ້າໂທລະທັດ ແລະໂຊວ໌ໃຫ້ເມຍເບິ່ງ.
Carla: ອັນທີ່ຈິງແລ້ວ, ຜົວຂ້ອຍຫັ້ນ ຢາກໃຫ້ຂ້ອຍຕິດຕັ້ງເອງຫຼາຍກວ່າ, ເພາະລາວຢາກເບິ່ງວ່າ ມັນຈະຕິດຕັ້ງໄດ້ງ່າຍສຳຫຼັບທຸກໆຄົນແທ້ບໍ່. ໂຕຂ້ອຍເອງເປັນຄົນມັກຈົ່ມຫຼາຍໆ ຫຼາຍໆ ຫຼາຍໆ, ຖ້າມັນບໍ່ໄດ້ເລື່ອງ, ມັນບໍ່ໄວ, ແລະຂ້ອຍຂີ້ຄ້ານອ່ານປຶ້ມຄູ່ມືອີກ.
Majd: ແລ້ວພວກເຮົານັ່ງລົງແລະເປີດເບິ່ງຍູທູບ, ເພາະວ່າມັນເປັນສິ່ງທຳອິດທີ່ເຮົາພະຍາຍາມຢາກໃຫ້Chromecastເບິ່ງ YouTubeໄດ້. ແລ້ວຫຼັງຈາກນັ້ນ, ເມຍກໍບອກຂ້ອຍວ່າ “ເຈົ້າໄດ້ເຮັດວຽກມາໝົດປີກ່ຽວກັບອັນນີ້, ແລະ ຂ້ອຍນືກພາບບໍ່ອອກເລີຍວ່າເຄື່ອງນ້ອຍໆໂຕນີ້, ຈະສ້າງຄວາມແຕກຕ່າງໃຫຍ່ຂະໜາດນີ້”.
ຄວາມສາມາດພິເສດຂອງ Chromecast ທີ່ເຈົ້າມັກທີ່ສຸດ?
Carla: ຂ້ອຍມັກບ່ອນເວລາເຮົາໄປເຮືອນໃຜທີ່ມີChromecast, ກະມີແຕ່ເຊື່ອມຕໍ່ເນັດຂອງເຮືອນຫຼັງນັ້ນ ແລ້ວກະໃຊ້ໄດ້ແຫຼະ.
Majd: ແມ່ນແລ້ວ ເມຍ, ຂ້ອຍກະຄິດຄືກັນວ່າ ມັນເປັນຄວາມສາມາດທີ່ແຈ່ມແມວທີ່ສຸດທີ່ມັນເຮັດໄດ້. ສຳຫຼັບຂ້ອຍ, ຄວາມໃຊ້ງ່າຍສະບາຍແມ່ນສິ່ງທີ່ຂ້ອຍມັກ. ພວກເຮົາໄດ້ເຮັດໂຄສະນາວ່າ ມັນໃຊ້ງານງ່າຍສຳຫຼັບທຸກໆຄົນ. ພໍຂ້ອຍເຫັນໂຄສະນານັ້ນປຸບ, ນ້ຳຕາໄຫຼເລີຍລ່ະ.
ແລະຕອນນີ້ ວັນຄົບຮອບຂອງ Chromecast, ເຈົ້າຮູ້ສຶກແນວໃດ?
Majd: ຂ້ອຍພູມໃຈຫຼາຍກັບທີມງານທີ່ຮ່ວມກັນມາ. ຂ້ອຍຮູ້ສຶກໂຊກດີທີ່ສາມາດສ້າງສິ່ງນີ້ໄດ້ – ເບິ່ງມັນຈາກຕອນເລີ່ມຕົ້ນ, ມັນເຄີຍເປັນສິ່ງທີ່ນ້ອຍໆທີ່ຕ່ຳຕ້ອຍແລະບໍ່ມີຄວາມສຳຄັນເລີຍມາກ່ອນ ເມື່ອພວກເຮົາໄດ້ເລີ່ມ, ໃນທີມມີແຕ່ 3 ຄົນ, ແຕ່ດຽວນີ້ມີຄົນຮ່ວມທີມຮ້ອຍກວ່າຄົນ ແລະຈາກສ່ວນທີມອື່ນໆອີກມາຮ່ວມ. ນີ້ແມ່ນຄວາມພະຍາຍາມທີ່ອັນຍິ່ງໃຫຍ່ຫຼາຍ. ພວກເຮົາເປັນທີມ, ທີ່ສ້າງຄວາມຍິ່ງໃຫຍ່ທີ່ສຸດໃນໂລກນີ້.
Ref: Google Blog


English
