ມັນເປັນເລື່ອງບັງເອີນ, ທີ່ເຮົາສົ່ງຂໍ້ຄວາມໄປຫາຄົນໂຫດ, ແລ້ວຄົນໂຫດຕອບມາວ່າ
“ເອກກ, ເພິ່ນມາຖືກເວລາພໍດີ”

[ມີວິທີແກ້ຢູ່ແຖວໆສຸດທ້າຍເດີ້, ຖ້າຟ້າວແມ່ນໄປຂ້າມໄດ້]

 

– STORY –

ຄອມລາວມີບັນຫາກັບ ຄອມມັນຄ້າງໃນ Mode: Hibernating

ໜ້າຈໍຂອງຄົນໂຫດ

ສະຕັ້ນແປັບໜຶ່ງ, ແລ້ວຕັດພາບມາທີ່ເຮົາ, ຄອມມັນມີໂໝດນີ້ຫວາ ? LOL

ໂຕເອງກະຍັງສົງໄສຮອດວ່າຄຳທີ່ວ່າ ມັນແປວ່າຫຍັງ?

Hibernate ແປວ່າ ຈຳສິນ

 

(ຮູບຄອມເຮົາ)

ໜ້າຈະອັນດຽວກັນກັບ Sleep mode

ມາອ່ານວິທີແກ້ກັນເລີຍ, ບໍ່ເວົ້າຫຼາຍເຈັບຄໍ.

ກ່ອນອື່ນ, ເຮົາຕ້ອງໄດ້ຖາມໄຖກ່ອນໜ້ອຍໜຶ່ງວ່າ ໄປເຮັດອີສັງມາບໍ່?
ຄອມຄ້າງດົນປານໃດແລ້ວ ໆລໆ
ແລ້ວກໍໄດ້ຮູ້ມາວ່າ:
“ຄ້າງມາໄດ້ 30ນາທີ!”

 


ບອກໄປເລີຍ: ກົດປຸ່ມ Power ໂລດດ~, ແລ້ວບາດນັ້ນຄ່ອຍເປີດໃໝ່
ແຕ່ກາຍເປັນວ່າ ມັນຍັງບໍ່ໄດ້ຜົນ.

ສຸດທ້າຍ, ກະຫາວິທີແລ້ວ ເຮົາກໍໄດ້ແນະນຳໄປຕາມນີ້

  1. ປິດຄອມພິວເຕີໂນ໊ດບຸກ ແລ້ວ ພິກຄອມດ້ານຫຼັງ, ເປີດ ສະວິດລັອກ ແບັກເຕີລີ.

  2. ແກະ ແບັກເຕີລີ ອອກມາ.

  3. ພິກຄອມກັບມາຄືນ, ກົດປຸ່ມ ເປີດຄອມພິວເຕີ (Power) ຄ້າງໄວ້ 30 ວິນາທີ.

  4. ພິກຄອມອີກຮອບ, ເອົາແບັກເຕີລີໃສ່ຄືນ, ແລ້ວ ປິດ ສະວິດລັອກ ແບັກເຕີລີຄືນ.

  5. ເຊື່ອມສາຍຊາກໃສ່ຄອມ, ເປີດເຄື່ອງຄືນ.

ຜົນອອກມາວ່າ:

ຈົບແລ້ວ…

Ref: Microsoft