The amazing time of my life with Microsoft Office Specialist world championship 2015
– ເປັນຊື່ຫົວຂໍ້ໃນ My Note ໃນ Facebook
ດ້ວຍທີ່ວ່າຫາກໍໄດ້ເວັບໄດ້ສຳເລັດ, ຫຼັງຈາກຈັດການທຸກຢ່າງແລ້ວໆ ກໍ່ເລີຍລຸຍເລີຍຍ
ໃຜມີຫຍັງຢາກແນະນຳສົ່ງຫາເຮົາໄດ້ເລີຍເດີ້ ກົດ >><<
ບົດຄວາມນີ້ຍັງເອົາໂຕເກົ່າໃນ Note ມາ, ກັອບລົງມາກ່ອນເພື່ອໃຫ້ຄົນໄດ້ອ່ານໄປພ່ານໆກ່ອນ ດຽວຕໍ່ໄປນີ້ ຈະຂຽນບົດຄວາມລົງໃສ່ນີ້, ສັນຍາ (ກຽວນິ້ກ້ອຍ)
ກ່ອນອື່ນ, ກໍຂໍກ່າວວ່າ”ສະບາຍດີ Halo Halooo” ທັງຜູ້ອ່ານແລະຜູ້ຟັງ. ນີ້ກະແມ່ນເທື່ອທຳອິດທີ່ໄດ້ຕັດສິນໃຈວ່າຂຽນບົດຄວາມຍາວໆ ເພື່ອແບ່ງປັນປະສົບການ. ກ່ອນໜ້ານີ້, ກໍຄິດໜັກຢູ່ວ່າ ຊິເຮັດເປັນ ວີດີໂອ ດີບໍ່, ແຕ່ແລ້ວຮ່າງກາຍເຮົາກັບເວລາບໍ່ຄ່ອຍພ້ອມ //ຮຽນໜັກອາລີ໊…//, ເລີຍເລືອກວ່າ ຂຽນດີກວ່າ. ເພາະມີເວລາວ່າງໜ້ອຍໜຶ່ງ ກະຂຽນ ເທື່ອລະໜ້ອຍ ເທື່ອລະໜ້ອຍ ຮ່ະຮ່ະ.
ກ່ອນອື່ນໝົດເລີຍ, ຕ້ອງຂໍຂອບໃຈ ສູນປະກັນຄຸນນະພາບການສຶກສາ ( ກະຊວງສຶກສາທິການ ແລະ ກິລາ )ແລະ ບໍລິສັດ IIG Laos Education ທີ່ໃຫ້ແກ່ການສະໜັບສະໜູນເປັນຢ່າງດີແລະການອົບຮົບເປັນຢ່າງດີໃນທຸກໆດ້ານ ແລະໄດ້ໃຫ້ໂອກາດແກ່ ນັກສຶກສາແລະນັກຮຽນລາວ ທຸກໆຄົນໄດ້ເຂົ້າພິສູດຕົນເອງໃນເລື່ອງຄວາມຮູ້ທາງດ້ານການນຳໃຊ້ Microsoft Office. ນ້ອງກໍຕ້ອງຂໍຂອບໃຈ ອີກຄັ້ງແບບສຸດອົກແບບສຸດໃຈ : ).
ມາເລີ່ມກັນເລີຍ
ເຮົາມາເລີ່ມກັນເລີຍ, ຊື່ການແຂ່ງຂັນ ທີ່ເຮົາໄດ້ໄປຮ່ວມໃນປະເທດສະຫະລັດອາເມລິກາແມ່ນ
“Microsoft Office Specialist World Championship 2015” ແມ່ນໄດ້ຈັດຂຶ້ນຢູ່ ເມືອງ Dallas ລັດ Texas.
ສັ້ນໆວ່າ MOSWC2015 ເພື່ອຮອບໜ້າ ເວລາເຮົາກ່າວຈະໄດ້ເຂົ້າໃຈ ^_^
ເຮົາຈະເຂົ້າຮ່ວມການແຂ່ງຂັນລະດັບໂລກນີ້ ແມ່ນເຮັດແນວໃດ?
ແລ້ວການແຂ່ງຂັນລະດັບປະເທດ, ເພິ່ນໄດ້ເລືອກຜູ້ແຂ່ງຂັນໄປແຂ່ງລະດັບໂລກແນວໃດ?
ເຮົາຄວນກຽມໂຕແນວໃດ ຈຶ່ງຈະສາມາດເສັງໄດ້?
ໜ້າຕາຫົວບົດເສັງເປັນແນວໃດ?
Conclusion
Related Posts
Monday April 12th, 2021


Lao