The amazing time of my life with Microsoft Office Specialist world championship 2015

– ເປັນຊື່ຫົວຂໍ້ໃນ My Note ໃນ Facebook

 

ດ້ວຍທີ່ວ່າຫາກໍໄດ້ເວັບໄດ້ສຳເລັດ, ຫຼັງຈາກຈັດການທຸກຢ່າງແລ້ວໆ ກໍ່ເລີຍລຸຍເລີຍຍ

ໃຜມີຫຍັງຢາກແນະນຳສົ່ງຫາເຮົາໄດ້ເລີຍເດີ້  ກົດ >><<

ບົດຄວາມນີ້ຍັງເອົາໂຕເກົ່າໃນ Note ມາ, ກັອບລົງມາກ່ອນເພື່ອໃຫ້ຄົນໄດ້ອ່ານໄປພ່ານໆກ່ອນ ດຽວຕໍ່ໄປນີ້ ຈະຂຽນບົດຄວາມລົງໃສ່ນີ້, ສັນຍາ (ກຽວນິ້ກ້ອຍ)

ກ່ອນອື່ນ, ກໍຂໍກ່າວວ່າ”ສະບາຍດີ Halo Halooo” ທັງຜູ້ອ່ານແລະຜູ້ຟັງ. ນີ້ກະແມ່ນເທື່ອທຳອິດທີ່ໄດ້ຕັດສິນໃຈວ່າຂຽນບົດຄວາມຍາວໆ ເພື່ອແບ່ງປັນປະສົບການ. ກ່ອນໜ້ານີ້, ກໍຄິດໜັກຢູ່ວ່າ ຊິເຮັດເປັນ ວີດີໂອ ດີບໍ່, ແຕ່ແລ້ວຮ່າງກາຍເຮົາກັບເວລາບໍ່ຄ່ອຍພ້ອມ //ຮຽນໜັກອາລີ໊…//, ເລີຍເລືອກວ່າ ຂຽນດີກວ່າ. ເພາະມີເວລາວ່າງໜ້ອຍໜຶ່ງ ກະຂຽນ ເທື່ອລະໜ້ອຍ ເທື່ອລະໜ້ອຍ ຮ່ະຮ່ະ.

ກ່ອນອື່ນໝົດເລີຍ, ຕ້ອງຂໍຂອບໃຈ ສູນປະກັນຄຸນນະພາບການສຶກສາ ( ກະຊວງສຶກສາທິການ ແລະ ກິລາ )ແລະ ບໍລິສັດ IIG Laos Education ທີ່ໃຫ້ແກ່ການສະໜັບສະໜູນເປັນຢ່າງດີແລະການອົບຮົບເປັນຢ່າງດີໃນທຸກໆດ້ານ ແລະໄດ້ໃຫ້ໂອກາດແກ່ ນັກສຶກສາແລະນັກຮຽນລາວ ທຸກໆຄົນໄດ້ເຂົ້າພິສູດຕົນເອງໃນເລື່ອງຄວາມຮູ້ທາງດ້ານການນຳໃຊ້ Microsoft Office. ນ້ອງກໍຕ້ອງຂໍຂອບໃຈ ອີກຄັ້ງແບບສຸດອົກແບບສຸດໃຈ : ).

 

ມາເລີ່ມກັນເລີຍ

ເຮົາມາເລີ່ມກັນເລີຍ, ຊື່ການແຂ່ງຂັນ ທີ່ເຮົາໄດ້ໄປຮ່ວມໃນປະເທດສະຫະລັດອາເມລິກາແມ່ນ
“Microsoft Office Specialist World Championship 2015” ແມ່ນໄດ້ຈັດຂຶ້ນຢູ່ ເມືອງ Dallas ລັດ Texas.


ສັ້ນໆວ່າ MOSWC2015 ເພື່ອຮອບໜ້າ ເວລາເຮົາກ່າວຈະໄດ້ເຂົ້າໃຈ ^_^
ການສອບເສັງປີນີ້ ຖືວ່າເປັນປີທຳອິດ ທີ່ມີຫົວຂໍ້ MS 2013. ເລີຍເຮັດເຮົາເປັນ “ຄົນລາວທຳອິດ” ທີ່ໄດ້ຮ່ວມແຂ່ງຂັນທີ່ໄດ້ MS2013 ເອົາຊື່ໆ
// ຕອນເສັງທຳອິດ ຍັງບໍ່ທັນຮູ້ຊ້ຳວ່າ ມີ MS2013ໃຫ້ແຂ່ງນຳ, ນຶກວ່າ ມີແຕ່ MS2007 ກັບ MS 2010ຄືເກົ່າ. //
ເຮົາຈະເຂົ້າຮ່ວມການແຂ່ງຂັນລະດັບໂລກນີ້ ແມ່ນເຮັດແນວໃດ?
ການແຂ່ງຂັນນີ້, ເຮົາຈະໄປລະດັບໂລກ. ເຮົາກໍຕ້ອງແຂ່ງຂັນໃນລະດັບປະເທດເສຍກ່ອນ 😀 . ການແຂ່ງຂັນນີ້ ກໍປຽບເໝືອນກິລາ Olympic. ໃຜເຮັດໄດ້ດີທີ່ສຸດຂອງປະເທດ. ກໍໄດ້ເປັນຕົວແທນຂອງປະເທດໄປຮ່ວມແຂ່ງຂັນນຳ.
ແລ້ວການແຂ່ງຂັນລະດັບປະເທດ, ເພິ່ນໄດ້ເລືອກຜູ້ແຂ່ງຂັນໄປແຂ່ງລະດັບໂລກແນວໃດ?
ເລື່ອງເລືອກຜູ້ແຂ່ງຂັນນີ້, ຢາກໃຫ້ເຂົ້າໃຈນຳກັນກ່ອນ. ການແຂ່ງຂັນນີ້ ທາງປະເທດລາວເຮົາບໍ່ສາມາດເລືອກເອງໄດ້ (ໝາຍເຖິງ ທັງສູນປະກັນຄຸນນະພາບການສຶກສາ ( ກະຊວງສຶກສາທິການ ແລະ ກິລາ ) ແລະ IIG Laos). ຜູ້ຈະໄປຮ່ວມຕ້ອງແມ່ນຄົນທີ່ມີເງື່ອນໄຂໄປຕາມ Certiport ທີ່ໄດ້ວາງໄວ້, // Certiport, Inc., ເປັນຜູ້ຈັດການແຂ່ງຂັນ MOSWC // ທາງເພິ່ນໄດ້ Official Rules ອ້າງອີງ
ຢູ່ຕາມເວັບເພິ່ນຈະກ່າວຍາວໆຢ່າງລະອຽດ, ດຽວເຮົາຈະເລົ່າຄາວໆໃຫ້.
1. ຜູ້ເຂົ້າຮ່ວມ ອາຍຸຕ້ອງຢູ່ລະຫວ່າງ 13 ຫາ 22 ປີ.
2. ຜູ້ເຂົ້າຮ່ວມ ຕ້ອງເລືອກເສັງຫົວຂໍ້ດຽວເຊັ່ນ Word 2010, Excel 2010, PowerPoint 2010, Word 2013,Excel 2013 and PowerPoint 2013.
E.g.: ຖ້າເຮົາເລືອກເສັງ Word 2013, Word 2010 ກະບໍ່ສາມາດເຂົ້າຮ່ວມເສັງໄດ້.
// ບໍ່ຊ່າງອະທິບາຍວ່າ Exam track ໃນຄວາມໝາຍລາວວ່າແນວໃດ ‘___’ //
3. ໃນເມື່ອຜູ້ເຂົ້າຮ່ວມສາມາດເສັງໄດ້ 700 ຫຼື ກາຍ700 ຂຶ້ນໄປ ຖືວ່າຜ່ານ.
// ແຕ່ໃຫ້ເຂົ້າໃຈວ່າ ຍັງບໍ່ເປັນໄດ້ຕົວແທນລະດັບປະເທດເທື່ອ ຖ້າໃຫ້ທາງ IIG Laos ເພິ່ນ Confirm ອີກເທື່ອ.//
4. ຖ້າມີຜູ້ຮ່ວມ ຄະແນນເທົ່າກັນ ແມ່ນໃຊ້ເວລາຕັດສິນ ເຊັ່ນ ມີຜູູ້ຮ່ວມເສັງໄດ້ 900 ເທົ່າກັນທັງສອງ, ຖ້າເວລາ ຜູ່ຮ່ວມຜູ້ໜຶ່ງໃຊ້ 20ນາທີ ແຕ່ຜູ້ໜຶ່ງໃຊ້ເວລາ 19ນາທີ 59ວິນາທີ, ຜູ້ທີ່ສອງໄດ້ເປັນຕົວແທນຂອງປະເທດລາວທັນທີ.
ໃນຂັ້ນຕອນການສະໝັກການແຂ່ງຂັນລະດັບປະເທດ ໃຫ້ເຮັດຕາມຂັ້ນຕອນຕ່າງ ຂອງ IIG Laos ເພິ່ນໄດ້ປະກາດໄວ້
ເຮົາຄວນກຽມໂຕແນວໃດ ຈຶ່ງຈະສາມາດເສັງໄດ້?
ຖ້າເວົ້າຢູ່ລາວເຮົາ ເພິ່ນຈະໃຫ້ເສັງສອງລະດັບຄື
1. ລະດັບກາງ(ເຫັນເພິ່ນເວົ້າເປັນອັງກິດວ່າ “Specialist”)
2. ລະດັບຍາກ(“Expert”)
Note: ຈະຮ່ວມແຂ່ງຂັນນີ້ ແນະນຳວ່າ ໃຫ້ມີຄວາມຮູ້ທາງດ້ານອັງກິດ ລະດັບ intermediate, ເພາະບົດເສັງເປັນພາສາອັງກິດໝົດ.
ແປວ່າ ດຽວນີ້ເຮົາຈະໄດ້ເສັງສອງຮອບ, ບົດເສັງຕາມຂັ້ນເທິງ. ຮອບໜຶ່ງ ບົດທີ່ 1 ຮອບສອງ ບົດທີ່ 2
ກຽມແນວໃດ ?
ເອີ່ມມມມ ອັນນີ້ ແມ່ນແລ້ວແຕ່ຜູ້ຄົນ, ເພາະເຮົາກະເວົ້າດ້ວຍຄວາມຕົງໆກະແມ່ນ “ບໍ່ມີເງິນ”
ໂດຍສ່ວນໂຕທີ່ເຮົາກຽມໂຕແບບຫາຂໍ້ມູນທາງອິນເຕີເນັດ. ມັນກໍມີຊ່ວຍແດ່ ບໍ່ຊ່ວຍແດ່. ຫວ່າງກະເຂົ້າໂປຮແກຮມ MS word ລະກະອ່ານນນນໝົດຫັ້ນລ່ະ ວ່າ ແຕ່ລະ ແທັບ ມີຫຍັງແດ່, ແຕ່ລະອັນເຮັດຫຍັງໃດແດ່. ລະກະຫາຂໍ້ມູນມັນເຮັດຫຍັງໄດ້ເພິ່ມແດ່. ເຮົາກຽມໂຕແບບນີ້ ເສັງໝົດທັງສອງຮອບ// ທັງຮອບທຳອິດ ແລະ ຮອບທີ່ສອງ// ປະກົດວ່າ ມັນເກີນຄາດ MS Word ມັນບໍ່ໄດ້ເຮັດເປັນແຕ່ ພິມເອກະສານທຳມະດາ ແບບວ່າ ມີແຕ່ພິມຢ່າງດຽວ ຢາກໃຫ້ເອກະສານອອກມາແບບໃດ ກະມີແຕ່ພິມ ອີຫຍັງປະມານນີ້, ແຕ່ຄວາມຈິງມັນມີຄວາມສາມາດພິເສດລືກລັບຢູ່ໃນນີ້ຢູ່ ຢ່າງເຊັ່ນຄື ສາລະບານ ຫຼາຍຄົນຍັງບໍ່ທັນຮູ້ຊ້ຳ ວ່າ ເຮົາພິມໜ້າສາລະບານໄດ້ ໂດຍບໍ່ຕ້ອງ ພິມ ຊື່ຫົວບົດເອງ ພິມໜ້າເລກປຶ້ມເອງ. ເຮົາສາມາດພິມຊື່ ຊອງຈົດໝາຍ ໄດ້ ບໍ່ຕ້ອງ Print ແລ້ວລືບ ລະພິມ ຊື່ຜູ້ໃໝ່. ເຮົາສາມາດຂຽນບົດຄວາມເປັນ Blog ແລ້ວສົ່ງໂພສຜ່ານ MS Word ກະໄດ້ ແລະອື່ນໆ ທີ່ມັນມີເຄື່ອງມືຊ່ວຍໃຫ້ເຮົາເຮັດພິມເອກະສານໄດ້ງ່າຍໆຂຶ້ນ.
Note: ແຕ່ອີກອັນໜຶ່ງຕ້ອງຂໍຂອບໃຈ Frank Xayachack ຫຼາຍກວ່າ ເພາະເປັນຜູ້ແນະນຳທຸກຢ່າງໃຫ້ແກ່ເຮົາກ່ຽວກັບການສອບເສັງນີ້. : )
ໜ້າຕາຫົວບົດເສັງເປັນແນວໃດ?
ການສອບເສັງນີ້ ມັນບໍ່ແມ່ນການເສັງແບບພິມເອກະສານໃສ່ກັນ, ມັນເປັນການແຂ່ງແບບວ່າ ໃຜຮູ້ວິທີໃຊ້ MS ເປັນແທ້ໆ ໝາຍເຖິງຮູ້ຈັກມັນແທ້ໆ ໃຊ້ມັນໄດ້ແທ້ໆ. ການສອບເສັງແມ່ນເປັນເສັງເປັນແບບ Online, ສະນັ້ນ ໃນຕອນເສັງບໍ່ມີໃຜຊ່ວຍເຈົ້າໄດ້, ເວລາມີຈຳກັດ 50 ນາທີ. ການເສັງກະຄືເສັງໃນຄອມພິວເຕີໂລດແຫຼະ, ຢູ່ໃນໜ້າຈໍຄອມຈະມີປຸ່ມໃຫ້ກົດ Start ແລ້ວບາດນັ້ນ ເຮົາກະເສັງ. ຢູ່ໃນໜ້າຈໍຄອມ ຈະມີຄຳຖາມຢູ່ສ່ວນລຸ່ມ ເຊິ່ງໃຫ້ເຮົາເຮັດຕາມ, ຖ້າເຮັດແລ້ວ ລະກະກົດ Next ເພື່ອຕອບຄຳຖາມຕໍ່ໄປ.
// ຢູ່ໃນຕອນເສັງ ຖ້າຈື່ບໍ່ຜິດ ໂປຮແກຮມມັນບອກວ່າໃຫ້ Follow this tasking below: “”
E.g.: Tasking is “Add Austin to the header.”
ເຮົາກະຄລິກ Inser>Header> Choose Austin
ລະກະຄລິກ Next
ຖືວ່າເປັນອັນສິ້ນສຸດ.
 
ຟັງແລ້ວອາດຈະງ່າຍ, ບາງທີ ຄຳຖາມເຮັດໃຫ້ເຮົາສັບສົນໄດ້ ແລ້ວໃຫ້ຕອບຜິດກໍເປັນໄດ້
Conclusion
ມາພາກສຸດທ້າຍ, ກະຄືຂໍອວຍພອນທຸກຄົນໂຊກດີ ກັບການສອບເສັງຈະມີເກີດຂຶ້ນອີກໃນປີໜ້າ, ໃຜມີຄຳຖາມຫຍັງກໍສົ່ງມາໄດ້ເລີຍ, : ) ສ່ວນປະສົບການເສັງຕອນຢູ່ USA ກໍກຳລັງຈະຂຽນນັບ// ນັບຈາກນີ້ລ່ະ…// ໄວ້ໃຜສົນໃຈກໍເຂົ້າມາອ່ານໄດ້.