ຖ້າຫາກມື້ໜື່ງເຈ້ຍແຜ່ນຂາວມັນມີລາຄາແພງໆເທົ່າກັບລາຄາກັບເພັດ, ແລ້ວນືກໄວ້ວ່າເຈ້ຍນີ້ມັນມີລາຄາຢູ່ $100ລ້ານຫຼຽນ. ເຈ້ຍມັນບໍ່ມີທີ່ຕິ ມັນຊ່າງຂາວສະອາດ ເພາະມັນບໍ່ມີຫຍັງປະປົນເລີຍ.
ເຫດຜົນທີ່ມັນແພງເພາະມັນຫາຍາກ, ປະມານວ່າ 1 ໃນລ້ານ.
ແລ້ວຕໍ່ມາເຈົ້າກໍເປັນຄົນໜື່ງທີ່ມີເຈ້ຍແຜ່ນຂາວຄືກັນ ແຕ່ແຜ່ນນັ້ນ ພັດມີຈຸດຕຳນິຢູ່ໜ້ອຍໜື່ງ ຄືມັນມີເມັດສີດຳທີ່ອາດບໍ່ລົບອອກໄດ້ງ່າຍ ແລະ ມັນມີ ຢູ່ 4-5 ຈຸດ.
ຍ້ອນມັນມີຕຳນິ ເວລາເຮົາເອົາໄປຂາຍ ລາຄາມັນຕົກໄປຫຼາຍເຖິງ $40ລ້ານຫຼຽນ
ໃນຖານະເຮົາເປັນເຈົ້າຂອງເຈ້ຍນັ້ນ ມັນຊ່າງສັບສົນແລະບໍ່ເຂົ້າໃຈວ່າ ເປັນຫຍັງມັນຄືພຽງເລັກນ້ອຍຢູ່ເທົ່ານັ້ນ.
ເຫດໃດມັນຄືມາໂດດເດັ່ນກວ່າພືື້ນທີ່ສີຂາວໄດ້?
ເຫດໃດເຮົາຄືໄປFocus ຈຸດສີດຳຫຼາຍກວ່າ ທີ່ມັນມີ ສີ່ຫ້າຈຸດເທົ່ານັ້ນ ແລ້ວມັນຖືກກົດຄຸນຄ່າລົງໄປຍ້ອນມັນ.
ປະເດັນທີ່ເຈົ້າເຂົ້າໃຈແມ່ນແນວໃດ ?
ຄິດແນວໃດແລະເຂົ້າໃຈມັນແນວໃດກໍລົມກັນໄດ້.
ໃນເລື່ອງນີ້ແມ່ນຂ້ອຍໄດ້ຟັງຈາກຄົນໆໜື່ງແຕ່ພັດລືມວ່າ ຟັງມາແຕ່ໃສ, ໃຜຮູ້ແຫຼ່ງກະບອກເຮົາໄດ້.
ເລື່ອງກໍຄືຂ້ອຍຟັງແລ້ວກໍ ເອີ…ມັນຄືປະເດັນທີ່ຄາໃຈຄືກັນ ເລື່ອງມັນມີຢູ່ວ່າ ມີຄົນຖາມລາວວ່າ ເຫດໃດແລະເປັນຫຍັງ ຕ້ອງໃຫ້ຄວາມສົນໃຈກັບຄວາມຜິດພາດຫຼືສ່ວນຄວາມບໍ່ດີຂອງຄົນໆໜື່ງ, ທັງໆຄົນນັ້ນ ລາວກໍ່ມີສ່ວນດີຂອງລາວຄືກັນ ແລະກໍມີຫຼາຍຢູ່.
ລາວຕອບວ່າ: ມັນກໍປຽບເໝືອນເຈ້ຍແຜ່ນໜື່ງ, ແລ້ວມີຈຸດສີດຳໃນເຈ້ຍ. ແລ້ວຕໍ່ໄປ ມັນຂຶ້ນກັບວ່າ ຄົນໆນັ້ນຈະເບິ່ງລາວ ແມ່ນເຂົາເລືອກຕາມ..ຂອງເຂົາເອງ ວ່າຈະສົນໃຈ ຈຸດເມັດດຳໃນເຈ້ຍ ຫຼື ພື້ນທີ່ສີຂາວທີ່ເຫຼືອ ທີ່ເຮົາສາມາດນຳໃຊ້ປະໂຫຍດຈາກພື້ນທີ່ນັ້ນ.

ພໍເຮົາຟັງ ກໍເອົາຂະຫຍາຍຕໍ່ຂຽນເປັນເລື່ອງໄວ້ຕາມທາງເທິງ ເພື່ອມັນອາດຊ່ວຍໃຫ້ເຂົ້າໃຈຕື່ມອີກ.
ແລະສ່ວນເຮົາ ມັນເຂົ້າໃຈກັບມັນກໍຄືວ່າ
ຖ້າຫາກຄົນທີ່ດີແລະບໍ່ມີທີ່ຕິ 100% ນັ້ນມີບໍ່?
ເຮົາບໍ່ອາດປະຕິເສດວ່າບໍ່ມີ, ແຕ່ຊິໄດ້ພົບບໍ່ ກະອີກເລື່ອງ. ຫາກທຽບກັບເຈ້ຍກໍຄື ເຈົ້າອາດຕ້ອງເສຍຫຼາຍຢ່າງເພື່ອຫາມັນໃຫ້ເຫັນ ທັງເວລາ ທັງເງິນເພື່ອໃຊ້ມັນຊອກຫາ ແລະ ອາດຈະຕ້ອງເມື່ອຍຫຼາຍໆເລີຍ.
ສຳຫຼັບເຮົາແລ້ວ ຄວາມສົມບູນແບບ ມັນບໍ່ມີແທ້.
ລາຄາຂອງເຈ້ຍ,ຖ້າຫາກເຈົ້າເປັນເຈົ້າຂອງເຈ້ຍທີ່ມີຕຳນິ ແລ້ວເອົາໄປຂາຍໄດ້ລາຄາຖືກ ເຈົ້າກໍບໍ່ໍພໍໃຈຢູ່ແລ້ວ
ແລ້ວສິ່ງຕໍ່ໄປເຈົ້າຈະຮັກສາມັນໄວ້ ຫຼື ພະຍາຍາມເອົາໄປຂາຍຜູ່ອື່ນທີ່ໃຫ້ລາຄາສູງກວ່າ
ເທົ່າທີ່ເຂົ້າໃຈ ແມ່ນມີອີກປະເດັນຂອງມັນກໍໜ້າຈະແມ່ນ ຄຸນຄ່າຂອງຄົນ.
ຖ້າຫາກເຈົ້າໄປຫາຄົນເຂົາທີ່ບໍ່ເຂົ້າໃຈກັບ ຄວາມພຽງພໍ ກໍຈະພະຍາຍາມຫາໄປເລື້ອຍໆ
ສັ້ນໆຄື ຄວາມໂລບ (GREED)
“ ສິ່ງເມັດສີດຳໃນເຈ້ຍມີຢູ່ເລັກນ້ອຍ ”
ເມັດສີດຳ = ຂໍ້ເສຍຂອງຄົນໆນັ້ນ.
ພື້ນທີ່ສີຂາວ = ຂໍ້ດີຂອງຄົນໆນັ້ນ.
ເຮົາເອງກຳຍັງບໍ່ເຂົ້າໃຈວ່າ ເປັນຫຍັງຄົນຄືໃຫ້ຄວາມສົນໃຈຈຸດດຳຫຼາຍກວ່າພື້ນທີ່ສີຂາວ ທັງໆເຮົາກໍໃຊ້ປະໂຫຍດຈາກມັນໄດ້, ແຕ່ເອົາຈຸດດຳມາຕັດສິນເລື່ອງທຸກສິ່ງ (ຫຼືວ່າ ເຂົາເອີ້ນວ່າ ນີ້ ອາລົມຊົ່ວວູບ, ພໍເຮັດບໍ່ຖືກໃຈໂຕເອງ ແລ້ວວິນແຕກໄປ ຈະເອົາໃຫ້ຖືກໃຈໂຕເອງກ່ອນ, ໂດຍບໍ່ເບິ່ງວ່າ ສິ່ງໂຕເອງຢາກເຮັດຢາກໄດ້ ມັນຖືກບໍ່ນ້າ ?) ແລ້ວກໍອາດແກ້ໄຂບັນຫາໂດຍການໜີ ຫຼື ຖິ້ມມັນໄປດີກວ່າ ໄປຫາເຈ້ຍທີ່ມັນສະອາດກວ່ານີ້.
ໜີໄປເລີ່ມໃໝ່ໝົດດີກ່ວາບໍ່ ?
ຖ້າເປັນເລື່ອງລະຫວ່າງລູກນ້ອງກັບຫົວໜ້າ ຖ້າບໍ່ພໍໃຈລູກນ້ອງ ກະເອະອະຊິໄລ່ລູກນ້ອງເກົ່າ ແລ້ວຫາລູກນ້ອງໃໝ່ຢ່າງດຽວ
ເລື່ອງທັງໝົດທີ່ເຮົາຂຽນກໍແມ່ນ ຫວັງວ່າ ຢາກໃຫ້ມັນຊ່ວຍໃນການຕັດໃຈຂອງທຸກໆຄົນວ່າ ຈະເລືອກຫຍັງ ກໍຄິດໃຫ້ດີໆ
ຖ້າໃຜໄດ້ເຂົ້າມາອ່ານ ແລ້ວເຂົ້າໃຈແນວໃດກໍ່ບອກແດ່ເດີ້.
ຖ້າໃຜບໍ່ເຂົ້າໃຈກໍຍິນດີຈະພະຍາຍາມອະທິບາຍໃຫ້ເດີ້.
ແຕ່ເຮົາຈະບໍ່ບອກວ່າ ອັນໃດສິ່ງດີທີ່ສຸດ ໃຫ້ທ່ານໄດ້ຮູ້, ເຮົາຈະບໍ່ໃຊ້ໄມ້ບັນທັດໂຕເອງມາຕັດສິນ 
The Sacrifice and selfish must be balance on you. – Anonymous


English