Cristiano Ronaldo ນັກເຕະບານປ້າຍແດງຂອງ Juventus ອີງຕາມປະກາດເປັນທາງກັນຈາກທາງສະໂມສອນ.
ສຳຫຼັບຜົນງານໃນສະໜາມ, ແນ່ນອນ ໃຜໆກະຈະປຽບທຽບກັນວ່າ
Cristiano Ronaldo ແລະ Lionel Messi ໃຜກັນແທ້ ເປັນນັກເຕະທີ່ເກັ່ງແລະດີທີ່ສຸດໃນໂລກ?
ຊື່ງສຳລັບ ແມ່ນມັນເປັນເລື່ອງຍາກທີ່ຈະບອກວ່າແມ່ນໃຜກັນແທ້.
Ronaldo ເປັນຄົນບຸກຄົນທີ່ມີຊື່ສຽງ, ສະເໜ່, ພາບລັກຕິດຕະຫຼາດ ຊື່ງສິ່ງທີ່ຕາມແມ່ນ ຖືກຖາບຖາມໄປເປັນ ພຮີເຊັນເຕີໂຄສະນາ. ເຊິ່ງໄດ້ເປັນຕົວແທນໃຫ້ແບຣນທີ່ມີຊື່ສຽງດັງໆ ເຊັ່ນ: Nike, Armani, Tag Heuer, Toyota, Samsung, Herbalife, Konami, Emirates, KFC, Soccerade, Castrol ໆລໆ ບອກເລີຍວ່າ ລວຍໂຄດໆໆ~
ແຕ່ມັນບໍ່ແມ່ນສິ່ງດຽວກັບຫົວຂໍ້, ເລື່ອງແທ້ມັນຢູ່ທາງລຸ່ມ
ຕອນນີ້ ຈະມາເລົ່າໃຫ້ຮູ້ຈັກຄວາມເປັນນັກສູ້ຂອງ Cristiano Ronaldo ໃຫ້ຟັງ.
ໃນໂລກນີ້ ບໍ່ໃຜດອກຈະຮູ້ຈັກ Cristiano Ronaldo, ຄົນຢ່າງລະດັບນີ້ ຖ້າຖືກຊວນໄປກິນເຂົ້າ, ໃຜຊິກ້າປະຕິເສດແມ່ນບໍ່ລ່ະ? ແຕ່ມັນມີຄົນບອກນີ້ລ່ະ, ວ່າ ຢ່າໄປເລີຍ…

ເອພວ່າ (Evra) ອະດີດກອງຫຼັງນັກເຕະບານຈາກທີມ ແມນເຊສເຕີ-ຍູ ໄດ້ເລົ່າໄວ້ວ່າ:
“ຂ້ອຍຈະໃຫ້ຄຳແນະນຳໃຫ້ທຸກໆຄົນໄວ້ເລີຍ, ຖ້າບ່າວໂດ້ຊວນໄປກິນເຂົ້າທ່ຽງຢູ່ບ້ານບ່າວ, ບອກໄປເລີຍ! ບໍ່ໄປ!, ບໍ່ແມ່ນວ່າ ບັນຫາອາຫານການກິນບໍ່ແຊບດອກ, ແຕ່ໄປກະນືກໄປຊ້ອມຫຼືອອກກຳລັງກາຍຢູ່ບ້ານບ່າວ”.
“ບ່າວມາຖາບຖາມວ່າ ສ່ຽວ~ ໄປກິນເຂົ້າທ່ຽງກັນບໍ່, ບ້ານເຮົາເອງ.”
ເອພວ່າ ວ່າຮູ້ສຶກໂຄດເມື່ອຍ, ເຫັນໂດ້ຊວນໄປກິນເຂົ້າ ກະນືກວ່າ ຊິຈັດເຕັມຈັກບາດຫຼັງຈາກຊ້ອມ, ໂຢ~ ໄປກິນເຂົ້າບ້ານບ່າວໂດ້ໃດ໋ເຫ້ຍ ມັນຕ້ອງຄັກ
ແຕ່ບໍ່ແມ່ນເລີຍ !!, ຢູ່ໂຕະມີແຕ່ ສະລັດ, ໄກ່ແຫ້ງໆ ແລະ ນ້ຳທຳມະດາໃຫ້ກິນ, ບໍ່ມີ ນ້ຳໝາກໄມ້ໃຫ້ກິນອີກນ້າ. ນ້ຳກະຕ້ອງນ້ຳ ອຸນຫະພູມດຽວກັບຫ້ອງອີກ.
ຫຼັງຈາກນັ້ນ ພວກເຮົາກໍເລີ່ມກິນ ແລະ ຂ້ອຍກະຄິດວ່າ ເອີ ດຽວອາຫານຊຸດໃຫຍ່ມານຳຫຼັງ, ແຕ່ມັນບໍ່ແມ່ນ !
ພວກເຮົາກິນແລ້ວໆ, ບ່າວໂດ້ຊວນໄປຫຼັງບ້ານ, ເອພວ່າ ກະນືກວ່າ ເອີ… ຊິໄດ້ນັ່ງຊິວໆຢູ່ຫຼັງບ້ານ, ແຕ່ບໍ່ແມ່ນອີກ! ບ່າວໂດ້ຊວນຕູໄປຍິງຊ້ອມຍິງລູກໂທດ
ເຮັດຈັ່ງໃດບາດນີ້, ກະໄດ້ຊ້ອມນຳແຫຼະ…
ຫຼັງຈາກນັ້ນ ບ່າວໂດ້ກະຊວນໄປສະລອຍນ້ຳ, ເອພວ່າ ນືກໃນໃຈ ເອີ ນືກວ່າຊິຊວນນອນຊິວໆ ຢູ່ກາງສະລອຍນ້ຳ, ນອນຕາກອາກາດບໍ່ຊິນ້າ
ບໍ່ໂວ້ຍ!! ບ່າວຊວນຕູໄປລອຍນ້ຳ, ອ້າວວວ ລອຍໄປລອຍມາ ປານຊິໄປແຂ່ງລອຍນ້ຳ ກະເບິ່ງແຕ່ບ່າວລອຍແບບບໍ່ສົນໃຈຕູເລີຍ… ຫຼັງຈາກນັ້ນ, ກໍລົງອ່າງຈາກຸດຊີ ແລ້ວຕໍ່ ຊ້າວນ່າ.
ເອພວ່າ ອົດທົນບໍ່ໄຫວລະຕູ…ຖາມບ່າວໄປເລີຍ: ຊວນຕູມາເຮັດອີສັງຢູ່ນີ້? ຊວນມາເພາະມີນັດແຂ່ງມື້ອື່ນນີ່? ເປັນຫຍັງຄືບໍ່ຊ້ອມທຸກຢ່າງໃນເດີ່ນບານໃຫ້ມັນແລ້ວ ຄ່ອຍກັບມາເຮືອນ ?
ເພາະເຫດນີ້ ຈຶ່ງຢາກບອກວ່າ ຢ່າໄປເລີຍ, ບ່າວໂດ້ເປັນເຄື່ອງຈັກດີໆນັ້ນເອງ, ບໍ່ຄິດຈະຢຸດຊ້ອມ, ຄິດຈິງຈັງສຸດໆ. ບ່າວໂດ້ສົມຄວນໄດ້ຮັບທຸກໆຢ່າງທີ່ບ່າວຕ້ອງການອີ່ຫຼີ່ສົມດັ່ງທີ່ຕັ້ງໃຈພ້ອມຄວາມພະຍາຍາມຢ່າງໜັກ.
ເອພວ່າ ມີເສີມ: ກາລະຄັ້ງໜຶ່ງ, ພວກເຮົາໄດ້ຫຼິ້ນຕີປີງປອງນຳກັນ
ບ່າວໂດ້ໄດ້ດວນກັບເຟີນີນານ, ແລ້ວເຟີນີນານດັນຕີຊະນະພ້ອມ. ເອພວ່າ ກັບ ເຟີນີນານ ຫົວຂວັນພ້ອມດີໃຈແບບສະໃຈຢ່າງແຮງ~,
ພາບມາຕັດໃສ່ ບ່າວໂດ້, ບ່າວໂດ້ຮູ້ໃຈຮ້າຍສຸດໆ. ຫຼັງຈາກບ່າວກໍກົດດິ່ງໂທຫາພີ່ນ້ອງບອກວ່າ ເຫ້ຍ! ສົ່ງໂຕະປີງປອງມາທີ່ບ້ານໃຫ້ແດ່.
ຫຼັງຈາກນັ້ນບ່າວໂດ້,ກະຕັ້ງໃຈຊ້ອມໄປ2ອາທິດຢູ່ເຮືອນ, ແລ້ວບ່າວກະກັບມາພ້ອມໂຊວ໌ພາວໄປເລີຍ ດ້ວຍກັນຕີປີງປອງຊະນະ ເຟີນີນານ ຕໍ່ໜ້າທຸກໆຄົນ
ເອພວ່ານັ້ນແຫຼະທ່ານ, ນັ້ນແມ່ນ ຄິສຕຽນໂນ ໂລນານໂດ້.
ຂ້ອຍບໍ່ແປກໃຈເລີຍເປັນບ່າວຕ້ອງການຊະນະລາງວັນ ບາລອນດໍ, ຢາກໄດ້ຊ້ອມບານໂລກ, ເພາະວ່າ ຄິສຕຽນໂນ ເປັນຄົນທີ່ຈິງຈັງທີ່ສຸດ ເທົ່າທີ່ຂ້ອຍຮູ້ຈັກມາ.


English