ອາຊີບທີ່ອານາຄົດສົດໄສແນ່ນອນ !
ອີງຈາກເວັບໄຊທ໌ ວາລະສານ Forbe ທີ່ມີຄວາມເຊື່ອຖືສູງຂອງສະຫະລັດອາເມລິກາ, ໄດ້ກ່າວໄວ້ວ່າ:
ຖ້າຫາກເຈົ້າຕ້ອງການມີຄວາມປະສົບຄວາມສຳເລັດທາງໜ້າທີ່ການງານໄປອີກ10ປີ!, ເຈົ້າຕ້ອງເປັນຄົນໃນສາຍ
- ການແພດ(Health Care, Personal Care).
- ປະກັນສັງຄົມ (Social Assistance).
- ການກໍ່ສ້າງ.
ຊື່ງແມ່ນຄຳແນະນຳຈາກການຮອບລວມຂໍ້ມູນ ບົດລາຍງານ ໂດຍ ອົງການເກັບກຳສະຖິຕິແຮງງານຂອງ ສະຫະລັດອາເມລິກາ (U.S. Bureau of Labor Statistics).
ແນ່ນອນ ຈະເອົາສະຖິຕິຂອງປະເທດອື່ນ ບາງທີປຽບທຽບກັນບໍ່ໄດ້!
ກ່ອນອື່ນ,ມາຮູ້ຈັກ 10 ອາຊີບທີ່ທາງເພ່ິນວ່າກ່ອນ:
- ພະຍາບານຝ່າຍລົງທະບຽນ(Registered Nurse) ມີອັດຕາເພີ່ມ +26%
- ພະນັກງານຂາຍ (Retail Salesperson) ມີອັດຕາເພີ່ມ +16,6 %
- ໝໍດູແລປະຈຳເຮືອນ (Home health aides) ມີອັດຕາເພີ່ມ +69,4%
- ໝໍດູແລປະຈຳສ່ວນໂຕ (Personal care aides) ມີອັດຕາເພີ່ມ +70,5%
- ພະນັກງານຫ້ອງການ (Office clerks) ມີອັດຕາເພີ່ມ +6%
- ພະນັກງານເສີມອາຫານ ມີອັດຕາເພີ່ມ +14.8%
- ພະນັກງານຮັບສາຍ (Customer Service) ມີອັດຕາເພີ່ມ +15%
- ພະນັກງານຂັບລົດ (ລົດໃຫຍ່ຂົນຕູ້ ຄອນເທັນເນີ) ມີອັດຕາເພີ່ມ + 20.6%
- ກຳມະກອນ, ພະນັກງານຂົນສົ່ງສິນຄ້າ, ພະນັກງານສາງ ແລະ ພະນັກງານຂົນສົ່ງແຮ່ທາດ (material movers) ມີອັດຕາເພີ່ມ +15,4%
- ນາຍຄູ ມີອັດຕາເພີ່ມ +17,4%
ອ່ານເບິ່ງໝົດ 10 ອາຊີບ ມັນມີທັງທີ່ເປັນໄປໄດ້ແລະເປັນບໍ່ໄດ້ຈະມີໃນລາວເລີຍ, ແຕ່ມັນກໍ່ຍັງມີໃນສະຖິຕິຢູ່, ເຮົາຈະເວົ້າໃນມຸມມອງຂອງເຮົາໃນບາງອາຊີບໃຫ້ຟັງ:

ເວລາໄດ້ໄປໂຮງໝໍແລ້ວ, ແມ່ນຕ້ອງໄດ້ລົງທະບຽນເສຍກ່ອນ ເປັນເລື່ອງປົກກະຕິ, ເພື່ອເກັບກຳປະຫວັດການຮັກສາຂອງຜູ້ໄຂ້ໄວ້ຢູ່ແລ້ວ.
ຈາກທີ່ເຮົາເຫັນໆ ໂຮງໝໍ ແນວໃດຕ້ອງມີຄົນເຈັບມາຢູ່ແລ້ວ, ແລະຄົນເຈັບມາ ອາດບໍ່ແມ່ນມາແບບ ສິບຫຼືຊາວຄົນ ຕາມແຕ່ລະພະແນກ

ຢູ່ໃສກໍຕ້ອງມີຢູ່ແລ້ວ, ຖ້າຫາກຈະເປີດບໍລິສັດ ຫຼື ທຸລະກິດ ຫຍັງກໍ່ຢ່າ, ຈະຕ້ອງມີຝ່າຍບຸກ ແລະ ຝ່າຍຮັບ
ຝ່າຍບຸກ ແມ່ນ ພະນັກງານຂາຍຕ້ອງອອກໄປຫາລູກຄ້າ
ຝ່າຍຮັບ ແມ່ນ ພະນັກງານຂາຍຕ້ອງຮັບການສັ່ງຊື້ຂອງລູກຄ້າ

ໝໍດູແລປະຈຳເຮືອນ & ໝໍດູແລປະຈຳສ່ວນໂຕ
ຂໍ້ 3 ແລະ 4 ຂໍລວມນຳກັນເລີຍ, ໃນເທົ່າທີ່ເຮົາຮູ້, ເຮົາວ່າມີອາຊີບນີ້. ແຕ່ວ່າ ເປັນອາຊີບເສີມຫຼາຍກວ່າ, ສ່ວນຫຼາຍເຫັນມາຮັບເຮັດນອກເວລາວຽກຫຼັກ

ຄ້າຍໆກັບຂໍ້ 2, ໃນບໍລິສັດ ຢ່າງໜ້ອຍຄວນຈະມີພະນັກງານເຮັດວຽກທົ່ວໄປໃນຫ້ອງການໄວ້ ເຊິ່ງອາດ ແມ່ນພະນັກງານຕ້ອນຮັບ ໆລໆ

ອາຊີບປະຈຳນັກສຶກສາເລີຍ, ບໍ່ມີຫຍັງໃຫ້ອະທິບາຍເພີ່ມ ນອກຈາກວ່າ ມັນເປັນອາຊີບທີ່ເຮັດນອກເວລາຮຽນໄດ້.

ຖ້າຫາກເປັນຮ້ານອາຫານທີ່ໃຫຍ່, ເຮົາວ່າມັນກໍຕ້ອງມີ
ຖ້າຫາກເປັນໂຮງແຮມທີ່ໃຫຍ່, ເຮົາວ່າມັນກໍຕ້ອງມີ
ຖ້າຫາກເປັນບໍລິສັດທີ່ໃຫຍ່, ເຮົາວ່າມັນກໍຕ້ອງມີ
ແຕ່ສຳຫຼັບໃນປະເທດອາເມລິກາແລ້ວ, ພະນັກງານຮັບສາຍໃນບໍລິສັດຕ່າງໆ ມີຄວາມສຳຄັນ, ເພາະລູກຄ້າມີບັນຫາຫຍັງກັບສິນຄ້າ
ຕ້ອງຄວນໄດ້ຮັບຄວາມແກ້ໄຂ ຢ່າງໄວ !, ບໍ່ເຊັ່ນນັ້ນແລ້ວ ຖືກຟ້ອງຮ້ອງໄດ້

ເຖິງແມ່ນວ່າ ລົດຂັບອັດຕະໂນມັດມາແລ້ວ, ແຕ່ຍັງບໍ່ຮອດປະເທດລາວງ່າຍໆ.
ຖືວ່າຍັງເປັນທີ່ຕ້ອງການກັນຢູ່ຕໍ່ໄປ.

ກຳມະກອນ – ປະເທດລາວຍັງມີດິນຫວ່າງໃຫ້ກໍ່ສ້າງ
ພະນັກງານຂົນສົ່ງສິນຄ້າ – ໜ້າຈະບໍ່ຕ່າງຈາກພະນັກງານຂັບລົດ ເພາະຜົນສຸດທ້າຍ ແມ່ນອັນດຽວກັນ
ພະນັກງານສາງ – ບໍລິສັດຂົນສົ່ງ, ຕ້ອງການຄົນເບິ່ງແຍງສາງຢູ່ແລ້ວ
ພະນັກງານຂົນສົ່ງແຮ່ທາດ – ແຮ່ທາດຕ່າງໆ ຢ່າງເຊັ່ນ ຂົນສົ່ງ ຄຳ ຫັ້ນແຫຼະ ເຮົາວ່າ.

ລ້ານ ແລະ ລ້ານ … ເປີເຊັນ ເພາະ ນາຍຄູ-ອາຈານ ບໍ່ວ່າໃນ ສະຖາບັນໃດ ຕ້ອງການຄູມາຮັບຮອງ ເພື່ອມາສອນນັກຮຽນແຕ່ລະປີ
ອີງຈາກທີ່ເຮົາໄດ້ຈື່ໄດ້ ແຕ່ລະປີຈະມີນັກສຶກສາຈົບມັດທະຍົມປາຍຫຼາຍເກີນຈຳນວນທີ່ກຳນົດ ຢ່າງເຊັ່ນ ມຊ ຮັບໄດ້ແຕ່ 2ພັນປາຍກວ່າຄົນ
ແຕ່ຄົນສະໝັກເຂົ້າ 5ພັນກວ່າຄົນ.
ເຮົາເອງ ກໍເຊື່ອວ່າ ເພິ່ນກໍຢາກຮັບນັກສຶກສາໃໝ່ທຸກຄົນນັ້ນແຫຼະ, ແຕ່ເຮົາວ່າ ບັນຫາ ແມ່ນມີອາຈານມາສອນປະຈຳບໍ່ພໍ, ເຊິ່ງອາດເຮັດໃຫ້ອາຈານທ່ານໜຶ່ງໆ ສອນຫຼາຍວິຊາ
ການທີ່ເປັນເຫດແບບນີ້ ມັນສົ່ງຜົນຫຼາຍຢ່າງໃຫ້ແກ່ນາຍຄູ ແລະ ນັກສຶກສາ.
ສະນັ້ນແລ້ວ, ຈາກທີ່ກ່າວໄວ້ຢູ່ເທິງ ອາຊີບນີ້ມີ ເຫດຜົນອັນຄວນທີ່ມີອະນາຄົດໄປອີກ 10 ປີ. ?


English










