ຮູ້ສຶກວ່າ ຫ່າງຫາຍຈາກການຂຽນບລັອກໄປພໍຄວນ, ສາເຫດທີ່ຫາຍ ເພາະຢູ່ດີໆ #ໝົດPassion ?
ພະຍາຍາມກັບມາຢູ່ຕອນນີ້,
ເອົາເປັນວ່າ ເລີ່ມທີ່ ເຮົາຈະແບ່ງປະເພດຕາມລຳດັບແລະລາຄາ, ຄິດໄວ້ມີຢູ່ 4 ລະດັບ:
- ລະດັບລາຄາເລີ່ມຕົ້ນ(Starter-End)
- ລະດັບກາງ (Middle- End)
- ລະດັບ ເຄິ່ງກາງ-ເຄິ່ງສູງ (Mid-High End)
- ລະດັບສູງ (High-End)
(ປລ. ຈະອ້າງອີງລາຄາຕາມເວັບໄຊທ໌ Advice.co.th & Jib.co.th ເດີ້ ເພາະເຮົາສາມາດຫາຮ້ານທີ່ເປັນສາຂາຢູ່ລາວໄດ້ງ່າຍ. )
ວິທີເຮົາເລືອກແນະນຳກະຄື, ເອົາໃຫ້ຖືກທີ່ສຸດ ແລະປຽບທຽບກັບເຄື່ອງທີ່ລາຄາແພງກວ່າ(ໃນລາຄາທີ່ໃກ້ຄຽງກັນ) ວ່າປະສິດທິພາບຕ່າງກັນຫຼາຍບໍ່, ຖ້າບໍ່ຫຼາຍເອົາໂຕນີ້ກໍພຽງພໍແລ້ວ.
- ລະດັບລາຄາເລີ່ມຕົ້ນ(ປະມານຂໍຊື້ໂຕຖືກສຸດໆເລີຍໂລດ)
![]() |
![]() |
![]() |
![]() |
CPU : Intel Celeron N4100 1.1GHz
RAM : 4GB DDR4
HDD : 500GB
Graphics : Integrated
Display : 14.0 inch HD
ລາຄາ: 8.900 ບາດ ~ 2,450,000 ກີບ
ເປັນຫຍັງຄື ແນະນຳໂຕນີ້?
ງ່າຍໆສັ້ນໆ ມັນເປັນລຸ້ນຕ່ຳລາຄາສຸດໃນຕະຫຼອດ, ເລືອງປະສິດທິພາບ ແມ່ນຖືວ່າປານກາງ, ສາມາດເຮັດວຽກເອກະສານໄດ້ໝົດ. ຖືວ່າ ພຽງພໍສຳຫຼັບທຸກຢ່າງໃນຊິວິດການນຳໃຊ້ໃນລະດັບທີ່ທຳມະດາ, ເຊິ່ງບໍ່ຈຳເປັນຕ້ອງຊື້ແພງກວ່ານີ້.
ເລື່ອງຫຼິ້ນເກມໃນຄອມ ສາມາດຫຼິ້ນໄດ້, ແຕ່ອາດມີ ຮູບພາບໃນເກມໄດ້ສະແດງຜົນໃນຄອມໃຫ້ເຫັນ ບໍ່ສວຍງາມປານໃດ. (ຖ້າຢາກຊື້ເພື່ອຫຼິ້ນເກມ, ເຮັດວຽກໜັກໆ ປະເມີນຜົນໄວໆ ແມ່ນໃຫ້ເບິ່ງຄຳແນະນຳຂໍ້ລຳດັບທີ່ 3 ແລະ ລຳດັບ4)
ຄວນຊື້ດີບໍ່?
ຖ້າຫາກວ່າ ທ່ານມີງົບໃນການຊື້ຈຳກັດສຸດໆ, ໂຕນີ້ເປັນໂຕດຽວໃນລາຄາຕ່ຳສຸດໃນຕະຫຼາດແລ້ວ.
ຖ້າຫາກວ່າ ທ່ານມີງົບໃນການຊື້ຫຼາຍກວ່ານີ້ໄດ້ຢູ່, ຢາກແນະນຳໃຫ້ຊື້ ລຸ້ນ ທີ່ກຳລັງຈະແນະນຳຂໍ້ຕໍ່ໄປ. (ຂໍ້ 2)
- ລະດັບກາງ (Middle- End)
![]() |
![]() |
![]() |
![]() |
CPU : Intel Core i3-7020U 2.3GHz
RAM : 4GB DDR4 2133MHz
HDD : 1TB
Graphics : NVIDIA GeForce MX110 2GB
Display : 14 inch HD
ລາຄາ: 12,900 ບາດ ~ 3,550,000 ກີບ
ເປັນຫຍັງຄື ແນະນຳໂຕນີ້?
ເພາະວ່າ ປະສິດທິພາບທີ່ຈະໄດ້ຮັບຈາກຄອມລຸ້ນນີ້ ສາມາດເຮັດທຸກຢ່າງຄົບຖ້ວນ, ບໍ່ວ່າຈະຫຼິ້ນເກມ, ຕັດຕໍ່ວິດີໂອໄດ້. ຖ້າຫາກວ່າ ຕ້ອງການຄອມດີປະມານໜຶ່ງ ແມ່ນແນະນຳລຸ້ນນີ້ເລີຍ.
ຄວນຊື້ດີບໍ່?
ຖ້າຫາກວ່າ ທ່ານມີງົບໃນການຊື້ຈຳກັດສຸດໆ, ແຕ່ຢາກໄດ້ລຸ້ນທີ່ດີແລະເຮັດວຽກທຸກຢ່າງໄດ້ ລຸ້ນໂຕນີ້ຖືວ່າເໝາະສົມທີ່ສຸດ.
- ລະດັບ ເຄິ່ງກາງ-ເຄິ່ງສູງ (Mid-High End)
![]() |
![]() |
![]() |
![]() |
CPU : Intel Core i5-8250U 1.6GHz
RAM : 4GB DDR4 2133MHz
STORAGE : 1TB
GRAPHIC CARD : AMD Radeon 530 (2GB GDDR5)
Display : 15.6″ FULL-HD TN AG 200N
ລາຄາ: 17,700 ບາດ ~ 4,800,000 ກີບ
ເປັນຫຍັງຄື ແນະນຳໂຕນີ້?
- ສາມາດເຮັດໄດ້ລາບລື່ນທຸກຢ່າງ ກວ່າລຸ້ນຂໍ້ 2
- ຈໍທີ່ໃຫ້ມາເປັນ Full-HD, ຖືວ່າຄວນເປັນມາດຕະຖານໃນຄອມຍຸກນີ້ຄວນມີແລ້ວ
ຄວນຊື້ດີບໍ່?
ຖ້າວ່າ ທ່ານມີງົບພໍປະມານ 5ລ້ານກີບ, ຖືວ່າໂຕນີ້ຕອບໂຈດ.
- ລະດັບສູງ (High-End) ແນະນຳສຸດໆເລີຍ ໂຕນີ້, ຊື້ໂຕນີ້, ຈ໊ອດໂລດ.
![]() |
![]() |
![]() |
![]() |
ASUS TUF GAMING FX505DY-AL041T
CPU: AMD Ryzen R5 3550H
RAM: 8GB DDR4 2400MHz
STORAGE: 512GB M.2 SSD SATA3
GRAPHIC CARD: AMD Radeon RX560X 4GB
DISPLAY: 15.6″ Ultra Slim 200nits FHD (1920×1080) 16:9 Anti-Glare NTSC: 45%
ລາຄາ: 21,900 ບາດ ~ 5,950,000 ກີບ
ເປັນຫຍັງຄື ແນະນຳໂຕນີ້?
- ປະສິດພາບທຽບເທົ່າກັບ Core I7
- ໄດ້ 8 GB ມັນເປັນຂັ້ນຕ່ຳໃນສະໄໝນີ້
- ໄດ້ SSD, ແປວ່າ ຄອມນີ້ໄວແບບຈົນໝື່ນຫົວແຕກ
- ຫຼິ້ນ PUBG ໄດ້ສຸດຕິ່ງ
- ຈໍ Full HD!
- ໄດ້ Windows 10 ຂອງແທ້
- ລາຄາໂຄດຄຸ້ມ!
ຄວນຊື້ດີບໍ່?
ບອກເລີຍວ່າ ຄວນຊື້ສຸດໆ ໃນລາຄານີ້, ຄວາມແຮງລະດັບນີ້ ຖ້າໄປປຽບທຽບກັບ Intel ເພື່ອໃຫ້ຄວາມແຮງເທົ່າກັນກັບສະເປັກຄອມລະດັບນີ້ ທ່ານຕ້ອງມີງົບປະມານ 3ໝື່ນຢ່າງຕ່ຳ.


English













