ຕາມຫົວຂໍ້ເລີຍ, ຕິດຕັ້ງອິນເຕີເນັດໃສ່   10 Mbps ຈ່າຍ​ເງິນ​ເປັນຫຼາຍ​ແສນ, ແຕ່​ເວ​ລາ​ດາວ​ໂຫຼດ ພັດ​ບໍ່​ຮອດ

ຕົກ​ລົງ​ວ່າ​ຄຸ້ມ​ຢູ່​ຫວາ ? ດຽວ​ຈະ​ຂຽນ​ໃຫ້​ເຂົ້າ​ໃຈ​ງ່າຍໆ, ອາດ​ຈະ​ເປັນ​ບົດ​ຄວາມ​ທີ່​ສັ້ນ​ກວ່າ​ທີ່​ເຄີຍ​ຂຽນ​ຜ່ານ​ມາ (ຫຼືບໍ່? Lol )


ມາ​ຮຽນຮູ້​ຈັກ​ກັບ​ຄຳ​ວ່າ “Data transfer rate”
ອັດ​ຕາ​ການ​ສົ່ງ​ຂໍ້​ມູນ

ການສື່ສານຄົມມະນາຄົມ, ອັດຕາການສົ່ງຂໍ້ມູນ ແມ່ນຕົວເລກສະເລ່ຍຂອງຫົວໜ່ວຍ ບິທ (Bit rates), ຕົວ​ອັກ​ສອນ ຫຼື ສັນ​ຍາ​ລັກ, ຫຼື ບ​ລັອ​ກ​ຂໍ້​ມູນ​ຕໍ່​ຫົວ​ໜ່ວຍ​ເວ​ລາ ທີ່​ກຳ​ລັງ​ຜ່ານ​ທໍ່​ສົ່ງ​ຂໍ້​ມູນໃນ ລະ​ບົບ​ກ​ານ​ສົ່ງ​ຂໍ້​ມູນ[Data-transmission system]. (ຂໍ​ໂທດ,ຊ່ວງຫຼັງ​ເລີ່ມ​ມີ​ບັນ​ຫາແປ​ພາ​ສາ​ລາວບໍ່​ໄດ້​ແລ້ວ T^T )

ໂດຍ​ທົ່ວ​ໄປ​ແລ້ວ, ຫົວ​ໜ່ວຍ​ອັດ​ຕາຂໍ້​ມູນມີ​ສອງ​ແບບ​ຄື ບິ​ທ ຕໍ່ ວິ​ນາ​ທີ ແລະ ໄບ​ທ໌ ຕໍ່​ວິ​ນາ​ທີ // bits per second (bit/s) & bytes per second (B/s) //

ຕົວ​ຢ່າງ: ອັດ​ຕາ​ຮັບ-ສົ່ງ​ຂໍ້​ມູນ​ແຕ່​ເຮົາ​ໄດ້​ຍິນ​ກັນ​ເລື້ອຍໆ​ນຳ​ອິນ​ເຕີ​ເນັດ​ກໍຄື Mbit/s ອ່ານ​ວ່າ ເມັກ-ກະ-ບິ​ທ ຕໍ່​ວິ​ນາ​ທີ

 

ຄື​ແນວ​ນີ້, ບໍ​ລິ​ສັດ​ທີ່​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ ຫຼື ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ (Internet Service Provider)ເພິ່ນ​ໄດ້​ອີງ​ຕາມ ໃນ​ວິ​ຊາ ເນັ​ດ​ເວີກ, ຫຼື ເຄືອ​ຂ່າຍ​ກ່ຽວ​ກັບ​ການ​ສື່​ສານ​ລະ​ຫວ່າງ​ຄອມ​ພິວ​ເຕີ. ໄດ້​ຄິດ​ຄົ້ນ​ແລະ​ໄດ້​ຕັ້ງ​ຊື່ຫົວ​ໜ່ວຍ​ວັດ​ຄວາມ​ໄວ​ການ​ຮັບ​ແລະ​ສົ່ງ​ຂໍ້​ມູນ

ເປັນ​ຫົວ​ໜ່ວຍ​ວ່າ “Bit” – ບິທ

ເປັນ​ບໍ​ລິ​ສັດ​ໃຫ້​ບໍ​ລິ​ການ ການ​ສື່​ສານ, ກະຕ້ອງ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແມ່ນບໍ່​ລ່ະ ? ມາປະ​ເດັນ​ຕໍ່​ມາ, ກ່ອນ​ຈະ​ມີ​ເລື່ອງ​ການ​ສື່​ສານ​ລະ​ຫວ່າງ​ຄອມ, ສິ່ງນັ້ນເຮົາມັກເຂົ້າໃຈມັນແມ່ນ ເນັດ, Internet …

 

ມີ​ສິ່ງ​ໜຶ່ງ​ກ່ອນ​ເລື່ອງ​ນີ້​ກໍ​ຄື ເຮັດ​ແນວ​ໃດ ຊິ​ເຮັດໃຫ້ຄອມ​ພິວ​ເຕີ ເກັບ​ຂໍ້​ມູນ​ໄດ້ ?

ເລື່ອງ​ນີ້​ຕ້ອງ​ຂອບ​ໃຈ​ພໍ່​ເຖົ້າຈອນ (John Von Neumann), ທີ່​ຄິດ​ຄົ້ນ​ຂຶ້ນ​ເລື່ອງ​ສະ​ຖາ​ປັດ​ຍະ​ກຳ​ຄອມ​ພິວ​ເຕີ​ຂຶ້ນ, ຊື່ງ​ມັນ​ກະ​ຍັງ​ທີ່​ອ້າງອີງໃນ​ການ​ພັດ​ທ​ະ​ນາ​ນັບ​ແຕ່​ສະ​ໄໝ​ນັ້ນ, ເຮັດ​ໃຫ້​ສິ່ງ​ເຮົາ​ໄດ້​ນຳ​ໃຊ້​ທຸກ​ມື້​ນີ້.

John Von Neumann

 

ປະ​ເດັນກໍ່ຄື ຫົວ​ໜ່ວຍ​ບັນ​ທຶກ​ຂໍ້​ມູນ​ໄວ້​ກັບ​ຄອມ ຫຼື ອັນ​ທີ່​ເຂົ້າ​ໃຈ​ວ່າ ເກັບ​ຂໍ້​ມູນ​ໄວ້​ຄອມ, Save ຂໍ້​ມູນ​ໄວ້​ຄອມ

ເປັນ​ຫົວ​ໜ່ວຍ​ວ່າ “Byte” ໄບ​ທ໌

 

ສະຫຼຸບ​ໄວ້​ວ່າ​ຂັ້ນ​ທີ່​ໜຶ່ງ, ຫົວ​ໜ່ວຍ​ວັດ​ຄວາມ​ໄວ​ສົ່ງ-ຮັບຂໍ້​ມູນ​ແມ່ນ​ເປັນ “Bit”- ບິ​ທ

ຫົວ​ໜ່ວຍ​ວັດ​ປະ​ລິ​ມານ​ຂອງ​ຂໍ້​ມູນ​ແມ່ນ​ເປັນ“Byte” – ໄບ​ທ໌

ການ​ປ່ຽນ​ຫົວ​ໜ່ວຍ ບິ​ທ ເປັນ ໄບ​ທ໌: 8 Bit -> 1 Byte ຈື່​ໄວ້​ໂຕ​ນີ້​ສຳ​ຄັນ.

ຊື່ ອ່ານວ່າ ຊື່ ອ່ານວ່າ
1 Bytes 1 ໄບທ໌ 8 Bits 8 ບິທ
1 Kilobytes 1 ກິໂລໄບທ໌ 8 Kilo bits 8 ກິໂລບິທ
1 Megabytes 1 ເມັກກະໄບທ໌ 8 Megabits 8 ເມັກກະບິທ
1 Gigabytes 1 ກິ້ກກະໄບທ໌ 8 Gigabits 8 ກິ້ກກະບິທ
1 Terabytes 1 ເທລາໄບທ໌ 8 Terabits 8 ເທລາບິທ

ແລ້ວ​ບາດ​ນີ້ ໂລກ​ມັນ​ກໍ່​ຕ້ອງ​ພັດ​ທະ​ນາ, ຖ້າ​ຊິ​ຂະ​ໜາດ​ບິ​ທ ເທົ່າ​ເກົ່າ, ໄບ​ທ໌​ ເທົ່າ​ເກົ່າ ມັນ​ກໍ່​ບໍ່ແມ່ນ. ສະ​ນັ້ນ, ຈຶ່ງ​ມີ​ຫົວ​ໜ່ວຍ​ໃໝ່​ຂຶ້ນມ​າ ເພື່ອ​ສະ​ແດງ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ວ່າ ມັນໃຫຍ່ກວ່າເດີ້ ແບບ​ນີ້, ເບິ່ງ​ຕາ​ຕະ​ລາງຂ້າງເທິງ.

 

ເວົ້າອີຫຍັງ ເຂົ້າໃຈຍາກແທ້!?

  ໃຈເຢັນໆ, ຢາກຂຽນໃຫ້ເຂົ້າໃຈ ແລະມີຄວາມຮູ້ໄປນຳ ຂໍປຽບທຽບໃຫ້ເຂົ້າໃຈກັນງ່າຍໆເລີຍ ການຂັບລົດ, ສິ່ງທີ່ທຸກຄົນມີຄວາມເຂົ້າໃຈຄື ຄວາມໄວລົດ ກັບ ປະລິມານນ້ຳມັນລົດ

ຄວາມໄວລົດ ມີຫົວໜ່ວຍ km/h, ປະ​ລິ​ມານ​ນ້ຳ​ມັກ​ລົດ ມີ​ຫົວ​ໜ່ວຍ Litre (ລິດ). ແລ້ວ​ມີ​ລົດທີ່​ມີຄວາມ​ແຮງຫຼາຍ ແຮງ​ສາ​ມາດ​ເລັ່ງ​ໄດ້ໄປ​ຮອດ​ປາຍ​ທາງ​ໄວ, ນ້ຳມັນກະໝົດໄວນຳ ປະມານນີ້

​ປຽບທຽບ​ໃສ່​ຄອມ​ພິວ​ເຕີ​ບາດ​ນີ້, ປະ​ລິ​ມານ​ຂໍ້​ມູນ ກະ​ແມ່ນ ປະ​ລິ​ມານ​ນ້ຳ​ມັນ, ຄວາມ​ໄວ​ລົດ ກະ​ຄື ຄວາມ​ໄວ​ຂອງ​ອິນ​ເຕີ​ເນັດ, ເນັດ​ໄວ​ເທົ່າ​ໃດ ດາວ​ໂຫຼດ​ແລ້ວ​ໄວ.

ປະ​ເດັນ ແມ່ນ ຢາກ​ໃຫ້​ເຂົ້າ​ໃຈ ສອງ​ສິ່ງ​ນີ້ ຍັງ​ມີ​ຫົວ​ໜ່ວຍ​ຄິດ​ໄລ່​ບໍ່​ຄື​ກັນ, ແລ້ວເຫດ​ໃດ​ຄອມ​ພິວ​ເຕີ​ມີຈະບໍ່​ໄດ້?

 

ມາ​ເຂົ້າ​ເລື່ອງ, ຫົວ​ຂໍ້ວ່າ ເປັນ​ຫຍັງຄວາມ​ໄວ​ອິນ​ເຕີ​ເນັດ​ຄືບໍ່​ໄດ້​ຕາມ​ໂຄ​ສະ​ນາ

ກະ​ເພາະ​ວ່າ ຕາມ​ຂ້າງ​ເທິງ ມັນ​ຄົນ​ລະ​ຫົວ​ໜ່ວຍ ແລະ ມັນ​ຄົນ​ລະ​ເລື່ອງ​ກັນ, ອັນ​ໜຶ່ງແມ່ນ ວັດ​ແທກ​ການ​ສົ່ງ-ຮັບ, ອັນ​ໜຶ່ງແມ່ນ ວັດ​ແທກປະ​ລິ​ມານ​ຂະ​ໜາດ​ຂອງ​ຂໍ້​ມູນ.

ມາ​ຄິດ​ໄລ່​ໃຫ້​ຖືກ​ຕ້ອງ​ກັນ​ເຖາະ, ຈະ​ບໍ່​ໄດ້​ໂວ້ຍ​ວາຍ​ໂລ​ເລ້

ຫຼິ້ນ​ເຟ​ສ​ບຸກ ເຫັນ​ໃຜ​ກະ​ຈົ່ມ​ວ່າ​ເນັດ​ສະ​ປິດບໍ່​ຮອດ​ແນວ​ນັ້ນ​ນີ້, ອ່ານ​ນີ້​ກໍ​ຫວັງ​ຈະ​ເຂົ້າ​ໃຈ​ກັນ, ໂອ​ເຄ? ຈຸ​ຟໆ ບໍ່​ດື້ ບໍ່​ດື້

ມີ​ເນັດ 1Mbps, ຄວາມ​ໄວຄວນ​ໄດ້​ເທົ່າ​ໃດໃນ​ການ​ດາວ​ໂຫຼດ
​ເວ​ລາ​ສະ​ແດງ?
ແມ່ນ​ໃຫ້ 1Mbps ຫານ 8bits
= 0.125 Megabytes≈ 125 Kilobytes
ມີ​ເນັດ 2 Mbps = 2 / 8 = 0.25 ≈ 250Kbytes
ມີ​ເນັດ 3 Mbps = 3 / 8 = 0.375 ≈ 375 Kbytes
ມີ​ເນັດ 4 Mbps = 4 / 8 = 0.5 ≈ 500 Kbytes
ມີ​ເນັດ 10 Mbps = 10 / 8 = 1.25 ≈ 1.25Mbytes

 

ໃຜ​ມີ​ອິນ​ເຕີ​ເນັດລອງທົດສອບ​ເບິ່ງວ່າ ຮອດບໍ່, ຖ້າບໍ່​ຮອດບໍ່​ຕ້ອງ​ຕົກ​ໃຈ, ໃນ​ບົດ Wikipedia ກະ​ບອກ​ແລ້ວ​ວ່າ ແມ່ນ​ອັດ​ຕາ​ສະ​ເລ່ຍ ສະ​ນັ້ນ​ແປ​ວ່າ ບໍ່​ຮອດ​ເປະ​ທີ​ດຽວ

ແຕ່​ສິ່ງມັນ​ຈະ​ຄວນ​ໄດ້ ປະ​ມານ ບໍ່​ຕ່ຳ​ກວ່າ 80 – ຫຼືບໍ່​ສູງກວ່າ 125 [ບາງ​ເທື່ອ​ເຫັນ​ມັນ​ສູງກວ່າ 125 ທີ່​ມັນ​$&%^* ກະເອີ​ນ້າ ==”
ພະ​ຍາ​ຍາມ​ອະ​ທິ​ບາຍ​ແບບ​ທິດ​ສະ​ດີ]

 

ສະ​ນັ້ນ​ແລ້ວ, ຫວັງ​ທຸກ​ທ່ານ​ຈະ​ຄວາມ​ເຂົ້າ​ໃຈ​ກັບ​ການ​ຄິດ​ໄລ່​ຄວາມ​ໄວ​ອິນ​ເຕີ​ເນັດ, ບໍ່​ແມ່ນ​ວ່າໃຊ້​ອິນ​ເຕີ​ເນັດ 10 Mbps ຈະ​ໄປ​ໂວ້ຍ​ມັນ​ຄື​ດາວ​ໂຫຼດບໍ່​ຮອດ

 

ມັນ​ມີເລື່ອງ​ຕະ​ລົກ​ອັນ​ໜຶ່ງ, ກວ່າ​ຊິ​ມີຄົນ​ເຂົ້າ​ໃຈ​ຜິ​ດ​ຫັ້ນ, ມັນ​ເກີດ​ຈາກ​ຄວາມ​ມັກ​ງ່າຍ​ຂອງ​ຄົນ​ໆ​ໜຶ່ງ, ຈັກ​ໃຜ​ບຸ​ເປັນ​ຜູ້​ເລີ່ມ. ເລື່ອງ​ມັນມີ​ຢູ່​ວ່າ

2Mbps ອ່ານ​ວ່າ 2 ເມັກ​ກະ​ບິ​ທ ຕໍ່ ວິ​ນາ​ທີ ຫຼື ສັ້ນໆ​ໃຫ້​ເວົ້າ​ງ່າຍ​ແຕ່​ໃຫ້​ຖືກ​ຕ້ອງ 2 ເມັກ​ກະ​ບິ​ທ

ແຕ່​ຈັກ​ໃຜ​…. ພາ​ອ່ານ 2 ເມັກ, ພໍ​ມັນ​ເປັນ​ແບບ​ນີ້​ແຫຼະ, ປະ​ເດັນ​ສຳ​ຄັນ​ແມ່ນ​ຢູ່​ທາງຫຼັງ ພັດ​ໄປ​ຕັດ​ອອກ. ມັນ​ກະ​ເຮັດ​ໃຫ້​ໄປ​ສັບ​ສົນ​ກັບ 2 ເມັກ​ກະ​ໄບ​ທ໌

ພໍ​ດົນໆ​ໄປ ເຮັດ​ໃຫ້​ຄົນ​ເຂົ້າ​ໃຈ​ວ່າ ບິ​ທ ກັບ ໄບ​ທ໌ ແມ່ນ​ອັນ​ດຽວ​ກັນ.

ຈື່​ໄວ້…ວ່າ ມັນ​ບໍ່​ຄື​ກັນ ~!

#IF I ONLY KNOW

ອ້າງ​ອີງ: Wikipedia

ເສີມ!

ໃນ​ໂຄ​ສະ​ນາ​ບອກວ່າ ການນຳໃຊ້ Speed ພາຍໃນ ແລະ ຕ່າງປະເທດ  ແລ້ວ​ມັນໝາຍຄວາມວ່າແນວໃດ ?

ການນຳໃຊ້ Speed ພາຍໃນ ແປ​ວ່າ ເວັບ​ໄຊ​ທ໌​ໃດ​ທີ່​ມີ​ຖານ​ຂໍ້​ມູນ​ໃນ​ປະ​ເທດ​ລາວ, ແມ່ນ​ໄດ້​ໃຊ້​ຄວາມ​ໄວ​ພາຍ​ໃນ ຢ່າງ​ເຊັ່ນ ເວັບ​ໄຊ​ທ໌ ລັດ​ຖະ​ບານ​ລາວ, ເພິ່ນ​ໄດ້​ຕິດ​ຕັ້ງ​ຖານ​ຂໍ້​ມູນ​ຢູ່​ປະ​ເທດ​ລາວ. ເວ​ລາ​ເຮົາ​ໄດ້​ເຂົ້າ​ໄປ​ອ່ານ, ໄປ​ເບິ່ງ ມັນ​ກໍ່​ຈະ​ດາວ​ໂຫຼດ​ໄວ​ກວ່າ​ເນັດ​ປົກ​ກະ​ຕິ ເພາະ​ວ່າ ຖານ​ຂໍ້​ມູນ​ຢູ່​ໃນ​ປະ​ເທດ, ເຮັດ​ໃຫ້​ເຮົາ​ເຊື່ອມ​ຕໍ່​ໄດ້​ໂດຍ​ກົງ​ແລະ​ໄວ.

ການນຳໃຊ້ Speed ຕ່າງ​ປະ​ເທດ ແປ​ວ່າ ເຮົາ​ເຂົ້າ​ເວັບ​ຕ່າງ​ປະ​ເທດ ທີ່​ຮູ້​ຈັກ​ກັນ​ດີ​ແມ່ນ Facebook, YouTube ນັ້ນ​ລ່ະ, ແລ້ວຖານ​ຂໍ້​ມູນທີ່​ວ່າຢູ່​ໃສ? ຖ້າ​ຢູ່​ໃກ້​ສຸດ​ແມ່ນ ປະ​ເທດ​ສິງ​ກະ​ໂປ, ແຕ່ບໍ່​ແນ່​ໃຈ​ວ່າ Facebook ກັບ YouTube ມີ​ຖານ​ຂໍ້​ມູນ​ຢູ່​ປະ​ເທດໄທ​ບໍ່, ແຕ່​ປະ​ເດັນ​ແມ່ນ ເວັບ​ພວກ​ເຫລົ່າ​ນີ້ ແມ່ນ​ຢູ່ນອກ​ປະ​ເທດ ສະ​ນັ້ນ​ເຮັດ​ໃຫ້​ເຮົາ​ໄດ້​ຄວາມ​ໄວ​ທີ່​ແຕກ​ຕ່າງ​ຈາກ​ເວັບ​ພາຍ​ໃນ​ປະ​ເທດ​ເຮົາ​ເອງ.

ເປັນ​ຫຍັງ​ຄື​ເປັນ​ແນວ​ນັ້ນ? ໃຫ້​ນຶກ​ສະ​ພາບ​ຕອນ​ເຈົ້າ​ຂ້າມ​ຂົວ​ມິດ​ຕະ​ພາບ, ຊິ​ຂ້າມ​ດື້ໆ​ເລີຍ ມັນ​ບໍ່​ໄດ້… ມັນ​ຕ້ອງ​ມີ​ການກວດ​ສອບ,ຈ້ຳ​ກາ​ຂ້າມ​ແມ່ນບໍ່?

ອິນ​ເຕີ​ເນັດ​ຄ້າຍໆ​ແບບ​ນີ້​ເລີຍ, ແຕ່​ອະ​ທິ​ບາຍ​ເລິກກວ່າ​ດຽວ​ຊິບໍ່​ອ່ານ [ທີ່​ຈິງ​ຜູ່​ຂຽນ ເຈັບ​ຄໍ​ ເວົ້າຫຼາຍບໍ່​ໄດ້(ບໍ່, ທີ່​ຈິງ​ຂີ້​ຄ້ານ)]

ໃຫ້​ເຂົ້າ​ໃຈ​ແບບ​ແຈ້ງໆ ອິນ​ເຕີ​ເນັດ ທີ່​ເຮົາ​ໃຊ້​ກັນ ບາງ​ສ່ວນບໍ່ແມ່ນ​ການ​ໄດ້​ຮັບ​ສັນ​ຍານ​ມາ​ຈານ​ດາວ​ທຽມ​ທີ່​ຄິດ​ກັນ​ໄວ້, ທີ່​ຈິງ​ມັນ​ແມ່ນ ສາຍ​ເຊື່ອມ​ຕໍ່​ກັນ​ຫັ້ນ​ລ່ະ

ສົມ​ມຸດ​ວ່າ ເວັບ​ໄຊ​ທ໌​ທີ່​ມີ​ຖານ​ຂໍ້​ມູນ​ຢູ່ ສະ​ຫະ​ລັດ ອາ​ເມ​ລິ​ກາ, ເຮົາ​ຢູ່​ປະ​ເທດ​ລາວ. ແລ້ວເຮົາໄດ້​ເຊື່ອມ​ຕໍ່​ເວັບ​ໄຊ​ທ໌​​ທີ່​ຢູ່​ອາ​ເມ​ລິ​ກາ

ພິມ​ວ່າ Google.com ຈາກ​ເນັດ​ລາວ, ແລ້ວ​ສັນ​ຍານ ມັນ​ຈະ​ແລ່ນ​ໄປ ປະ​ເທດ​ໄທ​ກ່ອນ, ແລ້ວ​ຕໍ່​ໄປ​ຫາ ປະ​ເທດ​ສິງ​ກະ​ໂປ, ປະ​ເທດ​ສິງ​ກະ​ໂປ​ຂ້າມ​ທະ​ເລ ມະ​ຫາ​ສະ​ໝຸດ ຫຼື ຫາ​ປະ​ເທດ​ໃກ້​ຄຽງ(ງ່າຍໆ​ຄື​ຜ່ານຫຼາຍ​ປະ​ເທດ) ກວ່າ​ຊິ​ຮອດ​ປາຍ​ທາງ​ກໍ​ໃຊ້​ເວ​ລາ​ດົນ​ເຕີບ​ແມ່ນບໍ່, ແຕ່​ໃນ​ຊິ​ວິດ​ເຮົາ​ແທ້​ອາດໃຊ້​ເວ​ລາຈັກ​ແຕ່ 5 ວິ​ນາ​ທີ ກໍ​ດາວ​ໂຫຼດ​ແລ້ວໆ. ເພາະ​ຫຍັງ​ກໍ​ຄື​ແລ້ວໆ​ໄວ​ແທະ? ອິນ​ເຕີ​ເນັດ​ສະ​ໄໝ​ນີ້ ໃຊ້ ແສງ​ເລີ​ເຊີ​ສົ່ງ​ຂໍ້​ມູນ ? ເຂົ້າ​ໃຈ​ລະ​ເບາະ ບາດ​ນີ້ ເປັນ​ຫຍັງ​ຈຶ່ງ​ມີ​ຄຳ​ວ່າ ຄວາມ​ໄວ​ແສງ ? [Fiber Optic!]