(ທີ່ຈິງຕັ້ງຫາຫຍັງຂຽນແດ່, ເວັບມັນງຽບໂພດ. ເລີຍຖືໂອກາດຂຽນເພື່ອໃຫ້ບາງຄົນບໍ່ຮູ້ວິທີປ່ຽນ)
ທາງ Facebook ມື້ນີ້ໄດ້ປະກາດໜ້າຕາເຟສບຸກໃໝ່ໃຫ້ສາມາດໄດ້ (ສະເພາະໂໝດ Desktop ເທົ່ານັ້ນ)
ແລະສິ່ງທີ່ລໍຄອຍມາດົນກະຄືມາກັບພ້ອມ Dark Mode!
😒 ຖ້າຕັ້ງດົນ, ນີ້ເປັນຄົນເຫັນແສງສີຂາວນີ້ ແສບຕາາ….!

ແນວໃດກໍ່ຕາມ, ທີ່ຈິງແລ້ວທາງ ເຟສບຸກ ໄດ້ແຈ້ງບອກທາງ ທີມລາຍງານຂ່າວຈາກ TechCrunch ແຕ່ເມື່ອປີກາຍນີ້(2019) ຢູ່ໃນງານ F8 ວ່າ
“ເລີ່ມຈາກມື້ນີ້ໄປ, ສຳຫຼັບບຸກຄົນທີ່ຄັດເລືອກ(ຈັກກກ, ນີ້ກະຢາກຮູ້ວ່າເຂົາເລືອກກັນແນວໃດ. ເຮົາບໍ່ໄດ້ເປັນໜຶ່ງໃນຫັ້ນ 😭) ຈະໄດ້ຮັບສິດ ສາມາດເລືອກໃຊ້ ດີໄຊທ໌ເຟສບຸກໃໝ່ໄດ້”.
ແຕ່ຕອນນີ້, ບໍ່ຕ້ອງລຸ້ນວ່າຊິໄດ້ບໍ່. ອີກຕໍ່ໄປ… ເພາະແນວໃດ ພວກເຮົາສາມາດເລືອກໃຊ້ເອງແລ້ວ.
ວິທີໄປ Activate ເພື່ອໃຊ້ກົດເປີດເອົາ Theme ໃໝ່ຂອງເຟສບຸກ.
(ສຳຫຼັບພາສາອັງກິດ) ງ່າຍໆ
ກົດ Setting Menu > “Switch to New Facebook”

ສຳຫຼັບໃຜຢາກກັບໄປໃສ່ໂຕເກົ່າຄືນ, ກະມີແຕ່
Settings Menu -> Switch to Classic Facebook.

ໃນຊ່ວງນີ້, ເຟສບຸກ ໄດ້ເປີດໃຫ້ໂອກາດເພື່ອໃຜປັບໄປໂຕໃໝ່ແລ້ວ, ບໍ່ຖືກໃຈ. ກໍ່ໃຫ້ໂອກາດກັບໄປຫາໂຕເກົ່າແລ້ວ. (ແຕ່ວ່າ ທ້າຍປີນີ້, ແນວໃດ ກະຊິບັງຄັບໃຫ້ທຸກຄົນໃຊ້ Design ໃຫມ່ ຢູ່ດີ 🤷‍♂️)

ໜ້າຕາໂຊມເກົ່າ
ໃຫ້ເລືອກເລີຍ ວ່າຈະຢູ່ດ້ານໃດ ດ້ານສະຫວ່າງ ຫຼື ດ້ານມືດ ວ່າມາ! ເລືອກເອົາດີໆ 🙎‍♂️
ເລືອກ Dark Theme ( ຖ້າໃຜຢາກກັບໄປໃສ່ ແມ່ນສາມາດກົດຕາມ ຂອບສີແດງໄດ້ )

ຖືວ່າຈົບ ສຳຫຼັບ Blog ນີ້, ຮ່ະຮ່ະ ມາໄວ ໄປໄວ…
ບໍ່ແມ່ນຫຍັງ…ນີ້ຫ່າງຫາຍຈາກການຂຽນດົນ. ຖ້າຂຽນຍາວ ດຽວບໍ່ຈົບ, ມີຫຼາຍອັນເຮັດໄວ້ ສຸດທ້າຍ ຢຸດເອົາຊື່ໆ TT

Ref – TechCrunch