ການເຂົ້າເຖິງອິນເຕີເນັດຂອງເຮົາ ຖືວ່າເປັນສິ່ງສຳຄັນແຮງ, ເພາະດ້ວຍສາຍທີ່ເຮົາສາຍທີ່ຮຽນຢູ່ ບໍ່ວ່າຈະເຮັດຫຍັງກະຢ່າ, ເນັດຕ້ອງໄວມາກ່ອນ.
ແຕ່ຕອນນີ້ ກະຮູ້ໆກັນ ອິນເຕີເນັດ ຖືວ່າ Disturb ແລະເຮັດໃຫ້ຊິວິດ ປະຂາຊົນ ທຸກຄົນເຮົາປ່ຽນໄປຫຼາຍ ໃນໄລຍະຕັ້ງແຕ່ 2008 ມາ (ເພາະເຮົາສັງເກດແລະຕິດຕາມມາເລື້ອຍໆ… 😀)
ໃນຊິວິດຂອງໂຕເຮົາເອງໄດ້ສຳພັດການນຳໃຊ້ອິນເຕີເນັດ ແບບຈິງໆຈັງໆ ແມ່ນຕອນປີ 2005 (ກຳລັງຮຽນຢູ່ ປໍ4), ຕອນນີ້ ປີ 2020 ກະໄລ່ໆເອົາ ຢ່າວ່າເຮົາເຖົ້າ ເລົ່າອີ່ຫຍັງປະຫວັດເນີນນານ (ກະ14ປີໃຫ້ຫຼັງນຶ່ງ…)

 

ຈະເລົ່າໃນຖານະຜູ້ຄົນໜຶ່ງໄດ້ຢູ່ໃນຊ່ວງ ການປ່ຽນຜ່ານຕາມແຕ່ລະໄລຍະ

 

ຕອນນັ້ນຈື່ໄດ້ວ່າ ອີ່ປ໊າ (ພໍ່ ເຮົານັ້ນແຫຼະ), ໄດ້ຕັດສິນໃຈເປີດເຮັດຮ້ານ Internet Café, ແຕ່ຕອນນີ້ໄດ້ປິດໄປແລ້ວໃນປີ 2012. ເພາະຄົນປ່ຽນຈາກຫຼິ້ນເນັດໃນຄອມ ມາຫຼິ້ນໃນມືຖືກັນແທນ. ຢູ່ໃນຊ່ວງ 3G ກຳລັງ Lit🔥 ນັ້ນແຫຼະ ຢາກໄລ່ Timeline ອິນເຕີເນັດທີ່ ອີ່ປ໊າ ໄດ້ເລືອກໃຊ້ບໍລິການຕອນນັ້ນໃຫ້ຟັງ, ແຕ່ວ່າເຮົາບໍ່ຈື່ວ່າແຕ່ເທື່ອລະແມ່ນປີໃດ, ແຕ່ຈື່ໄດ້ແຕ່ວ່າ Speed Internet ຕອນນັ້ນ ກັບລາຄາ(ວາງແບບປະມານເພາະມັນດົນແດ່ແລ້ວ)

 

ຄວາມໄວ ເຄືອຂ່າຍ ລາຄາ/ເດືອນ ປີ ປະເພດ
56Kbps dial-up Lao Telecom 2-3 ລ້ານ 2000-2003 ADSL
128Kbps Lao Telecom 3ລ້ານ-4ລ້ານ 2004 ADSL
128Kbps SkyNet 3ລ້ານ-4ລ້ານ 2005 ADSL
256Kbps ETL 3ລ້ານ-4ລ້ານ 2006 ADSL
512Kbps ETL 3ລ້ານ-4ລ້ານ 2008 ADSL
1 Mbps Tigo(ປະຈຸບັນເປັນ T-Plus) 750,000 2009 ADSL
1 Mbps Unitel 750,000 2010-2011 ADSL
2 Mbps Lao Telecom 950,000 2011-2012 ADSL

 

ຖືວ່າໄດ້ລອງໄດ້ຊົມໃຊ້ເກືອບຄົບ, ຍົກເວັ້ນ Lao-Planet ຮະຮະ. (ລາຄາສູງກວ່າເຈົ້າຫຼາຍໃນສະໄໝນັ້ນ)
ຈະເຫັນໄດ້ວ່າ ນັບແຕ່ປີ 2000 ມາຮອດປັດຈຸບັນ, ອິນເຕີເນັດບໍ່ໄດ້ແພງຂຶ້ນເລີຍ. ມີແຕ່ຖືກລົງມາຊ້ຳ. ແຖມອິນເຕີເນັດທີ່ເປັນແບບໃສ່ສາຍ”ໂທລະສັບ” ກໍ່ປ່ຽນເປັນ ສາຍ”ໄຍແກ້ວ”ເກືອບໝົດແລ້ວ.

 

ຊ່ວງປີ 2013-2014

 

ຕອນປີ 2013 ບໍ່ຈື່ລາຄາຂອງອິນເຕີເນັດ Fiber, ເພາະວ່າ ການມາຂອງຊິມອິນເຕີເນັດ 3G, ແມ່ນຖືກກວ່າ ອິນເຕີເນັດແບບສາຍຫຼາຍ
ອັນຈື່ໆໄດ້ດີແມ່ນລາຄານັ້ນແຫຼະ, ມື້ລະ 5,000 ກີບ. ບາງເຄືອຂ່າຍກະເປັນ Unlimited, ບາງເຄືອຂ່າຍກະເປັນປະລິມານນຳໃຊ້ 1024MB ກະໃຊ້ແບບນັ້ນເປັນເກືອບປີ.
ສິ່ງທີ່ເຫັນໄດ້ແມ່ນວ່າ ລາຄາຖືກແລະຈັບຕ້ອງໄດ້. ເພາະມີແຕ່ຊິມອິນເຕີເນັດແລ້ວເປີດໃສ່ໂທລະສັບ,ຕັ້ງ Package ກະຫຼິ້ນໄດ້ແລ້ວ.

 

ຈົນມາເຖິງປີ 2015 ຈົນເຖິງປີ 2020 (ປະຈຸບັນ)

 

(ປີ2015  ລາຍລະອຽດຢູ່ພາຍໃນປະເທດເລີ່ມບໍ່ຄ່ອຍໄດ້ຮັບຮູ້ເລື້ອຍໆປານໃດ)
ຊ່ວງປີ 2014, ເປັນປີທີ່ອິນເຕີເນັດນຳໃຊ້ໃນບ້ານລາຄາຖືວ່າ ຈັບຕ້ອງໄດ້ແລ້ວ, ເພາະລາຄາແມ່ນເລີ່ມ 250.000/ເດືອນ

 

ຄວາມໄວ ລາຄາ/ເດືອນ(ປະມານສະເລ່ຍ) ປີ ປະເພດ
1 Mbps 250,000 2014 FTTH
1 Mbps 250,000 2015 FTTH
1 Mbps 240,000 2016 FTTH
1-2 Mbps 240,000 2017 FTTH
2-3 Mbps 140,000 2018 FTTH
3 Mbps 140,000 2019 FTTH
3 Mbps 140,000 2020 FTTH

ຂໍ້ສັງເກດ, ຈະເຫັນວ່າ ນັບແຕ່ປີ 2014 ມາຮອດປີ 2020  ຄວາມໄວກະເພີ່ມ, ລາຄາກະລົດລົງ ຈົນເຫຼືອເດືອນລະ 140,000 ກີບ
ຖາມວ່າ ລາຄາສົມເຫດສົມຜົນພໍສຳຫຼັບທ່ານແລ້ວຫຼືບໍ່ ? 

 

ກັບມາທີ່ຄຳຖາມຫົວຂໍ້
“ເມື່ອໃດ ປະເທດລາວ ຈະມີອິນເຕີເນັດທີ່ໄວ ແລະໃນລາຄາບໍ່ແພງ?

 

ນີ້ຢາກຈະບອກວ່າ ອິນເຕີເນັດໃນປະຈຸບັນທີ່ມີໃຫ້ບໍລິການ ຖືວ່າໄວໃນລະດັບໜຶ່ງແລະໃນລາຄາທີ່ບໍ່ແພງເກີນສົມເຫດຜົນແລ້ວ.
ຖ້າຢາກຮູ້ວ່າເປັນໂຕເລກແບບວ່າ ຢາກໄດ້ເນັດຄວາມໄວເປັນ 100Mbps ຖ້າເອົາເລີຍ ອີກ10ປີ(ໂດຍປະມານ)
ເພາະວ່າຫຍັງ? ຕອນປີ 2009, ອິນເຕີເນັດທີ່ປະເທດເພື່ອນບ້ານທີ່ຫຼາຍໆທ່ານມັກປຽບທຽບກັນ
ເຮົາຄິດວ່າບໍລິສັດນີ້ຕິ, ເປັນບໍລິສັດທຳອິດທີ່ກ້າເປີດລາຄາຖືກ ແລະຄວາມໄວຖືວ່າໃຊ້ໄດ້ເລີຍໃນຍຸກນັ້ນ (ແນະນຳໃຫ້ກົດເບິ່ງໂຄສະນາເບິ່ງ)

“3BB (3 ບອດແບຣນ)”

 

ປະຈຸບັນປີ 2020, 3BB ມີ Package 1 Gbps – ເດືອນລະ 590 ບາດ = 165,000 ກີບ
ຖ້າທຽບ 10ປີຫຼັງ ຕອນນັ້ນ ຍັງມີແຕ່ແບບ Package 3-4 Mbps ເດືອນລະ 590 ບາດ.

 

ແປວ່າເຮົາຕາມຫຼັງຢູ່ 10ປີ 😊

ສະນັ້ນແລ້ວ, ອົດທົນໄປອີກ 10ປີ(ຖ້າໂຊກດີກະຕ່ຳກວ່າ).
ເຮົາອາດຈະຈຶ່ງມີອິນເຕີເນັດຄວາມໄວ 100 Mbps ໃນລາຄາເດືອນລະ 140,000 ກີບ ກໍ່ເປັນໄປໄດ້.

 

ສຸດທ້າຍ, ມັນເປັນພຽງຄວາມເຫັນສ່ວນໂຕຂອງເຮົາ ວ່າວິເຄາະໃຫ້ເບິ່ງ ແລະເລົ່າໃຫ້ຟັງວ່າ ຄ່າອິນເຕີເນັດເຮົາບໍ່ໄດ້ແພງຂຶ້ນເດີ້, ແຕ່ມັນກໍ່ຄ່ອຍໆຖືກລົງຢູ່ນັ້ນແຫຼະ