Hi, If you prefer to read in English please click

“ here“

ຄົບຮອບ 17ປີ ກັບການແຂ່ງຂັນເຊິ່ງໂດຍມີຄົນຮ່ວມແຂ່ງຂັນທັງໝົດ 760,000 ຄົນ ຈາກ 116ປະເທດ, ແລະມີອັດຕາເພີ່ມຂຶ້ນ 35% ຕໍ່ປີ. ນັກສຶກສາໄດ້ເຂົ້າຮ່ວມເພີ່ມທັດສະດ້ານ Microsoft Word, Excel and PowerPoint, ເຊິ່ງໄດ້ບັນລຸເປັນການແຂ່ງຂັນທາງດ້ານເທັກໂນໂລຢີຫຼາຍທີ່ສຸດກ່ຽວກັບ Microsoft Office ແລະໄດ້ຖືກການຮອງຮັບຈາກ Microsoft ຕັ້ງແຕ່ປີ 2002.

ການເຂົ້າຮ່ວມການແຂ່ງຂັນ, ນັກຮຽນ-ນັກສຶກສາ ຕ້ອງມີອາຍຸ 13 ຫາ 22 ປີເທົ່ານັ້ນ, ແລ້ວໃຫ້ສອບເສັງເອົາໃບຮັບຮອງ Microsoft Office Specialist (MOS).

ການແຂ່ງຂັນລະດັບທ້ອງຖິ່ນໄດ້ຈັດຂຶ້ນທົ່ວທຸກມຸມໂລກ ແລະ ຈຳນວນ 152 ນັກສຶກສາ – ນັກຮຽນ ຈາກ 52 ປະເທດ ໄດ້ເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດລະດັບໂລກ ໄດ້ຈັດຢູ່ Orlando, Florida, USA ໃນວັນທີ 29/ກໍລະກົດ ຫາ 1/ສິງຫາ 2018.

 

ການແຂ່ງຂັນນີ້ມີນັກຮຽນແລະນັກສຶກສາລາວເຂົ້າຮ່ວມ 3 ຄົນ(ນັບຈາກຊ້າຍໄປຫາຂວາ):

 

ລົງແຂ່ງຂັນ
ທ້າວ ສົມສິດ ພົນພັກດີ Microsoft Word 2016
ນາງ ສີດາ ອຸພະສັກດາ Microsoft Excel 2016
ທ້າວ ອະພິສິດ ຣາຊພົງ Microsoft PowerPoint 2016

 

 

ປີ 2018, ນີ້ນັກສຶກສາເຮົາໄດ້ອັນດັບທີ່ 9 !

 

ຂໍສະແດງຄວາມຍິນດີນຳ

ທ້າວ ສົມສິດ ພົນພັກດີ

 

ໃນມື້ແຂ່ງຂັນ, ນັກແຂ່ງຂັນທັງໝົດໄດ້ເຮັດບົດສອບເສັງໂດຍຕ້ອງໄດ້ຄວາມສາມາດຕົວເອງທັງໝົດນັບຕັ້ງແຕ່ສ້າງຮູບແບບ ເອກະສານ, ຕາຕະລາງ, ແລະ ບົດນຳສະເໜີ ໂດຍອີງຕາມຂໍ້ມູນທີ່ຈັດກຽມໃຫ້ ໂດຍໃຊ້ Word, Excel ແລະ PowerPoint.

ບໍລິສັດ Certiport ແລະ Microsoft ໄດ້ຮັບຮູ້ນັກແຂ່ງຂັນທີ່ໄດ້ອັນດັບສູງສຸດໃນງານມື້ປະກາດລາງວັນ ເຊິ່ງລາງວັນຊະນະເລີດໄດ້ເງິນລາງວັນເຖິງ $7.000

ອີງຕາມເວັບໄຊທາງການຂອງ Certiport

ສຳຫຼັບອັນດັບອື່ນໆ ແມ່ນໃຫ້ກົດເຂົ້າເບິ່ງອ່ານໃນນີ້ : Certiportblog.com

ຜູ້ທີ່ໄດ້ອັນດັບໜຶ່ງແຕ່ລະສາຍ

ປີໜ້າ, Certiport ໄດ້ລາຍງານວ່າ ການແຂ່ງຂັນ MOS world Championship 2019 ຈະໄດ້ຈັດທີ່ New York Marriott Marquis ໃນ New York City, NY

ໃນວັນທີ 28-31/ກໍລະກົດ, 2019

 

ໂດຍການແຂ່ງຂັນ MOSWC, ປະເທດລາວໄດ້ເຂົ້າຮ່ວມປີທຳອິດແມ່ນປີ 2014.

ເຊິ່ງມີນັກສຶກສາລາວເຂົ້າຮ່ວມແຕ່ລະປີແລະໃນຕິດ10ອັນດັບມີດັ່ງນີ້:

 

ປີ ລົງແຂ່ງຂັນ ຕິດອັນດັບ
2014 ທ້າວ ແສງໄຊ ໄຊຍະຈັກ Microsoft Word 2010 –
2015 ທ້າວ ແສງໄຊ ໄຊຍະຈັກ Microsoft Excel 2010 –
ທ້າວ ອຸດົມສະຫວັນ ໄຊຍະວົງ Microsoft Word 2013 –
2016 ທ້າວ ປັນຍາປະເສີດ ໄຊຍະວົງ Microsoft Word 2010 –
ທ້າວ ພິລະພົນ ອິນທະວົງສາ Microsoft Excel 2010 ອັນດັບ 10
ທ້າວ ອຸດົມສະຫວັນ ໄຊຍະວົງ Microsoft PowerPoint 2010 ອັນດັບ 7
2017 ນາງ ພອນລານິນ ກິ່ງແກ້ວ Microsoft Word 2013 –
ທ້າວ ອຸດົມສະຫວັນ ໄຊຍະວົງ Microsoft Excel 2013 ອັນດັບ 8
ທ້າວ ໂທນີ້ ບຸດຕາເທບ Microsoft PowerPoint 2013 –

 

 

ຂ້າພະເຈົ້າ, ທ້າວ ອຸດົມສະຫວັນ ໄຊຍະວົງ ໃນຖານະຜູ້ຮ່ວມການແຂ່ງຂັນມາ 3ປີ

 

ມີຄວາມຮູ້ສຶກດີໃຈຫຼາຍຕໍ່ນັກສຶກສາລາວທີ່ຄວາມກະຕື້ຮື້ລົນກັບການຮຽນແລະຄວາມຕັ້ງໃຈກັບການແຂ່ງຂັນນີ້, ເຖິງແມ່ນວ່າ ປີນີ້ ຈະມີແຕ່ຄົນດຽວເທົ່ານັ້ນທີ່ໄດ້ຕິດອັນດັບ 9 ໃນ 10ອັນດັບ.

ແຕ່ເຮົາເອງຍັງມີຄວາມເຊື່ອວ່າ ຖ້າຫາກນ້ອງຜູ້ໃດໄດ້ເຂົ້າຮ່ວມແຂ່ງຂັນໃນລະດັບໂລກປີນີ້ແລ້ວມີໂອກາດເຂົ້າຮ່ວມການແຂ່ງຂັນລະດັບອີກປີໜ້າ ເຮົາມີຄວາມເຊື່ອວ່າ 1 ໃນ 3 ປະເທດລາວເຮົາບໍ່ໄກແນ່ນອນ.

ແຕ່ໜ້າເສຍດາຍ, ຜູ້ຈັດການແຂ່ງຂັນລະດັບປະເທດລາວ ຕັດສິນໃຈວ່າ

“ຜູ້ທີ່ເຄີຍໄດ້ໄປແຂ່ງຂັນຢູ່ປະເທດສະຫະລັດ ອາເມລິກາແລ້ວ, ແລ້ວແມ່ນຈະບໍ່ໄດ້ຮ່ວມການແຂ່ງຂັນໄດ້ອີກ.”

ອີງຕາມກົດລະບຽບການແຂ່ງຂັນລະດັບໂລກແລ້ວ, ທາງເພິ່ນບໍ່ໄດ້ຫ້າມໃຫ້ຜູ້ທີ່ເຄີຍໄປແຂ່ງໃນລະດັບໂລກແລ້ວ ບໍ່ໃຫ້ແຂ່ງຂັນອີກ.

ກົດລະບຽບເພິ່ນວາງໄວ້ (ຂໍສະຫຼຸບໃຫ້ເຂົ້າໃຈງ່າຍໆ) ມີ 3 ຂໍ້:

1, ຄະແນນສອບເສັງວັດລະດັບຄວາມສາມາດ ຕ້ອງໄດ້ 700ຄະແນນ ຫຼືຫຼາຍກວ່າຂຶ້ນໄປ (ຄະແນນເຕັມ 1000)

2, ຜູ້ຮ່ວມຕ້ອງອາຍຸ 13ປີ ຫາ 22 ປີ ເທົ່ານັ້ນ.

3, ສຳຫຼັບທີ່ເຄີຍຮ່ວມແຂ່ງຂັນລະດັບໂລກແລ້ວ, ຕົວຢ່າງ ປີນີ້ເຂົ້າຮວ່ມແຂ່ງ Microsoft Word , ປີຕໍ່ມາ ແຂ່ງຫົວຂໍ້ນີ້ບໍ່ໄດ້ອີກ. ແຕ່ສາມາດແຂ່ງ Excel ຫຼື PowerPoint ແທນ.

ref: moschampionship.com

ເຮັດແນວໃດ, ປະເທດລາວຈຶ່ງຈະສາມາດຕິດ 1 ໃນ 3 ?

ເປັນຄຳຖາມທີ່ຍາກສຳຫຼັບເຮົາຄືກັນ, ແຕ່ເຮົາກໍ່ຈະຕອບຕາມທີ່ເຮົາໄດ້ສອບຖາມຕາມປະເທດຕ່າງໆ ວ່າ ເຮັດແນວໃດຈຶ່ງໄດ້ ແຊ້ມແຕ່ລະປີ ?

ທ່ານທີ່1: ຖ້າຫາກໃຜເຄີຍໄດ້ມາແລ້ວ, ມັນຈະງ່າຍເລີຍ ຖ້າໄດ້ມາຮ່ວມແຂ່ງອີກປີຕໍ່ມາ. ເພາະປະສົບການຊ່ວຍໄດ້ຫຼາຍ, ເຖິງແມ່ນວ່າ ຖ້າຫາກປີໜ້າໄດ້ຄົນໃໝ່ມາແຂ່ງແທນ, ແຕ່ເວລາອະທິບາຍໃຫ້ນ້ອງໆໃໝ່ທີ່ມາໃຫ້ເຂົ້າໃຈໃນເວລາແຂ່ງເປັນແນວໃດ, ຕ້ອງເຮັດຫຍັງແນວໃດ ແລະອື່ນໆ ມັນກໍໂອເຄ, ແຕ່ວ່າ ຮູບປະທຳ ຍ່ອມດີກວ່າ ນາມະທຳ.

ທ່ານທີ່2: ຄວາມກົດດັນ ມີສ່ວນ, ເພາະຖ້າຫາກບໍ່ຮູ້ເລື່ອງກ່ຽວກັບການແຂ່ງຂັນ, ຈະໃຫ້ເສຍເວລາໄປໃນໄລຍະເວລາແຂ່ງຕອນຊ່ວງຕົ້ນ. ເຊິ່ງການແຂ່ງຂັນມີກົດໄວ້ວ່າ ຕ້ອງໃຊ້ເວລາໜ້ອຍທີ່ສຸດແລະໄດ້ຄະແນນສູງສຸດ ພ້ອມກັນອີກ. ຄວາມກົດດັນຈະລົດລົງໄດ້ ກໍ່ຕໍ່ເມື່ອ ມີຄວາມເຂົ້າໃຈກັບແຂ່ງຂັນອີ່ຫຼີ່. ຈຶ່ງຊ່ວຍໄດ້.

ທ່ານທີ່3: ການວາງແຜນທີ່ດີ, ການວາງແຜນ ກໍ່ຈະມີ ນັບຕັ້ງແຕ່ ການຝຶກຝົນຕັ້ງແຕ່ຢູ່ບ້ານ ຈົນ ມາຮອດນີ້, ຢູ່ບ້ານຕ້ອງເຮັດຫຍັງ, ກັບມາລວມໂຕກັບລຸ້ນເອື້ອຍໆອ້າຍໆທີ່ເຄີຍແຂ່ງ. ຕ້ອງຕັ້ງໃຈຝຶກຝົນຫຼາຍໆ.

ທ່ານທີ່4: ທາງດ້ານພາສາ ມີສ່ວນ, ການແຂ່ງຂັນຕ້ອງໃຊ້ພາສາອັງກິດຢູ່ແລ້ວ. ຖ້າເຈົ້າບໍ່ຄ່ອຍໄດ້ພາສາ ການໄດ້ມາຂອງເຈົ້າ ຖືວ່າເສຍເວລາ. ເພາະມັນເປັນສິ່ງທີ່ເຈົ້າຄວນມີ ຕັ້ງແຕ່ກ່ອນຈະຮ່ວມແຂ່ງຂັນນີ້ຊ້ຳ, ການແຂ່ງຂັນນີ້ ເຈົ້າຮູ້ໃຊ້ ໂປຮແກຮມ ຢ່າງດຽວ ມັນບໍ່ພໍ, ເພາະຕ້ອງແຂ່ງຂັນ ໂຈດມາເປັນພາສາອັງກິດ. ແລະຂ້ອຍວ່າ ເຈົ້າສົນໃຈຢາກມາຫຼິ້ນຫຼາຍກວ່າ ການແຂ່ງຂັນ. ຖ້າຫາກວ່າເຈົ້າການຢາກຊະນະ, ເຈົ້າຕ້ອງເປັນຄົນທີ່ຄວາມເປັນຜູ້ນຳສູງ ກໍຄື ສາມາດພື່ງພາໂຕເອງໄດ້, ຮູ້ຈັກຊ່ວຍໂຕເອງເປັນ, ພາສາຕ້ອງໄດ້ຂັ້ນລະດັບກາງ ບໍ່ແມ່ນປູໆປາໆ. ແຕ່ແນວໃດກໍຕາມ, ຂ້ອຍວ່າມີຍັງປັດໄຈອື່ນໆນຳອີກ ຢ່າງແບບທ່ານທີ່ 3,2 ແລະ 1 ໄດ້ເວົ້າໄປ. ທີ່ສຳຫຼັບສິ່ງທີ່ຂ້ອຍເວົ້າ, ແມ່ນສິ່ງທີ່ເຈົ້າຄວນມີ ອີ່ຫຼີ່.

ທ່ານທີ່5: ທ່ານທີ່4 ເຈົ້າຄິດໜັກເກີນໄປ… ຖ້າຫາກຜູ້ແຂ່ງຂັນບໍ່ຮູ້ພາສາປານໃດ, ແຕ່ຮູ້ຈັກການແຂ່ງຂັນເປັນແນວໃດ ກໍ່ໜ້າຈະມີສິດໄດ້ຢູ່, ແຕ່ຂໍໃຫ້ ແຕ່ຜູ້ນຳພາ ໃນການແຂ່ງຂັນ ມີທັກສະເປັນຄວາມຜູ້ນຳ, ອັນໃດທີ່ນ້ອງໆຂາດ, ແຕ່ຜູ້ນຳພາ ຊ່ວຍເຫຼືອແທນໄດ້, ຂ້ອຍວ່າກໍໂອເຄແລ້ວ.

 

ຈາກຄຳແນະນຳຂ້າງເທິງຈາກທ່ານຕ່າງໆ, ຫວັງວ່າ ຈະເປັນປະໂຫຍດໃຫ້ແກ່ອະນາຄົດ

ທີມລາວແລະອາຈານຜູ້ນຳພາ

“ສຳຫຼັບນ້ອງໆທັງສາມບໍ່ຕ້ອງເສຍໃຈເດີ້, ພວກນ້ອງໄດ້ສະແດງຄວາມຕັ້ງໃຈໃຫ້ອ້າຍເຫັນແລ້ວ. ພວກເຈົ້າເຮັດໄດ້ດີແລ້ວ ?” – ເອກ ອຸດົມສະຫວັນ