ທຸກໆຄົນ ຍ້ອມຮູ້ກັນດີຢູ່ແລ້ວວ່າ ອິນເຕີເນັດ ມັນເປັນສິ່ງທີ່ທຸກຄົນຂາດບໍ່ໄດ້ແລ້ວຕອນນີ້, ແຕ່ມັນຈະຂາດໃຈກວ່າ ຖ້າຫາກຄວາມໄວແລະຄວາມສະຖຽນຂອງອິນເຕີເນັດບໍ່ຄົງທີ່!.

ມາເລີ່ມທີ່ ປະເທດລາວເຮົາມີ 4 ເຄືອຂ່າຍໄດ້ແກ່:

 

ກ່ອນອື່ນ, ຢາກອະທິບາຍໃຫ້ເຂົ້າໃຈກັນກ່ອນວ່າ ເນັດເຮືອນ, ກະໃຊ້ໄດ້ໃນເວລາທີ່ຢູ່ໃນເຮືອນ, ນອກບ້ານໃຊ້ບໍ່ໄດ້. ເພາະມັນເປັນເນັດສາຍ ບໍ່ແມ່ນເຮັດໄຮ້ສາຍ. ສະນັ້ນແລ້ວ, ຖ້າຫາກວ່າ ສຳລັບໃຜຄິດຢາກຕິດຕັ້ງ, ໃຫ້ຄິດກ່ອນວ່າ ທ່ານຈະໃຊ້ອິນເຕີເນັດຫຼາຍປານໃນເວລາໃນເຮືອນ ເພື່ອຈະໄດ້ບໍ່ຈ່າຍເກີນຄວາມຈຳເປັນ. ຢ່າງເຊັ່ນ: ໄປເຮັດວຽກ 8ໂມງເຊົ້າ ຫາ 5 ໂມງແລງ ແປວ່າ 9ຊົ່ວໂມງໃນຊິວິດຂອງທ່ານ, ຕ້ອງເຮັດວຽກ ແລະ 5ໂມງແລງ ຫາ 8ໂມງເຊົ້າ ທ່ານຈະຢູ່ໃນບ້ານຢູ່. ຖ້າໄລ່ສະເລ່ຍແລ້ວ 5 ຫາ 7 ຊົ່ວໂມງ ແມ່ນທີ່ທ່ານຈະໃຊ້ອິນເຕີເນັດ. ຖ້າຫາກເປັນແບບນີ້ ປະລິມານການນຳໃຊ້ມີໂອກາດຮອດ 500MB ຂຶ້ນໄປ. ສິ່ງທີ່ກິນດາຕ້າອິນເຕີເນັດຂອງທ່ານຫຼາຍກວ່າໝູ່ ແມ່ນ YouTube ແຕ່ສິ່ງຮອງມາ Facebook, Instagram, WhatsApp, LINE ແລະອື່ນໆ.

“ແຕ່ແນວໃດກໍ່ຕາມ, ປະລິມານຂໍ້ມູນໃນອິນເຕີເນັດ ດຽວນີ້ນັບແຕ່ 10ປີຫຼັງ ມີຂະໜາດໃຫຍ່ກວ່າຫຼາຍໆ. ສະໄໝນັ້ນ ອິນເຕີເນັດ 1Mbpsເຮົາໃຊ້ເພື່ອຊອກຂໍ້ມູນໄດ້ສະບາຍເລີຍ. ຫຼິ້ນເກມອອນລາຍໄດ້ພ້ອມ lol”

 

ເປັນຫຍັງຕ້ອງມີເນັດເຮືອນ ?

  1. ເພາະວ່າມັນມີຄ່າໃຊ້ຈ່າຍຖືກກວ່າ, ຖ້າທຽບໃຊ້ເນັດຈາກມືຖື ຫຼື ຊິມ 4G ທີ່ໃຊ້ແຈກ Hotspot.
  2. ມີຄວາມສະຖຽນກວ່າເນັດຊິມກາດ.
  3. ຫຼິ້ນພ້ອມກັນຫຼາຍຄົນໄດ້.
  4. ຢາກໄດ້ເນັດ Unlimited, ນີ້ແຫຼະ ເນັດUnlimited ຂອງແທ້. ບໍ່ກຳນົດປະລິມານDataວ່າໃຊ້ໝົດ 30GBແລ້ວ ຄວາມໄວລົດລົງ, ໃຊ້ຫຼາຍເທົ່າໃດ ຄວາມໄວເທົ່າເກົ່າເອົາໃຫ້ເຕັມທີ່ຂອງທ່ານເລີຍ.
  5. ເນັດເຮືອນ ກັບ ເນັດໃນມືຖືບໍ່ຄືກັນ, ສະນັ້ນ ຖ້າເນັດຊິມກາດຊ້າ, ແຕ່ເນັດເຮືອນບໍ່ໄດ້ຊ້ານຳ. ແຕ່ວ່າ ຖ້າເນັດເຮືອນຊ້າກວ່າເນັດຊິມ ມື້ນັ້ນ ເປັນມື້ໂຊກຮ້າຍໃນຊິວິດຂອງທ່ານ ຮ່ະຮ່ະ ທາງແກ້ມີແຕ່ ພະຍາຍາມແຈ້ງໃຫ້ພະນັກງານໃຫ້ເຂົາມາແກ້, ບໍ່ມີທາງອື່ນ. T^T

 

ຢາກຕິດຕັ້ງອິນເຕີເນັດໃສ່ເຮືອນ. ກ່ອນອື່ນໝົດ, ຕ້ອງຫາຄຳຕອບເຫຼົ່ານີ້ໃຫ້ໄດ້ກ່ອນ

  1. ຜູ້ໃຫ້ບໍລິການອິນເຕີເນັດມີເຄືອຂ່າຍເຂົ້າເຖິງເຮືອນທ່ານບໍ່?

ຢາກຮູ້ມີແຕ່ຕິດຕໍ່ຫາ Call Center ເລີຍວ່າ ຕິດຕັ້ງໄດ້ບໍ່, ບອກທີ່ຢູ່ໃຫ້ພະນັກງານ. ເພາະວ່າແຕ່ລະຜູ້ໃຫ້ບໍລິການມີຄວາມເຂົ້າເຖິງບໍ່ເທົ່າກັນ.

  1. ຖາມພະນັກງານດີໆວ່າແຖວເຮືອນທ່ານ ຕິດຕັ້ງເນັດສາຍໄຍແກ້ວໃຫ້ໄດ້ບໍ່?

ຕິດຕໍ່ຫາ Call Center ໂດຍກົງເລີຍ, ວ່າໄດ້ບໍ່. ຖ້າບໍ່ໄດ້, ແລ້ວພະນັກງານແນະນຳໃຫ້ໃຊ້ ADSL ເຮົາວ່າ ຢ່າເລີຍ. ໃຊ້ເນັດຊິມຕໍ່ໄປດີກວ່າ.

  1. ກ່ອນຕິດຕັ້ງ ຖ້າຫາກມີຄົນບໍລິເວນເຮືອນຂອງທ່ານໃຊ້ ແນະນຳໃຫ້ຖາມວ່າເປັນແນວໃດ ?

ລອງຖາມໆກັນເບິ່ງໄວ້ກະດີ, ວ່າໃຊ້ແລ້ວ ເນັດມັກຫຼຸດບໍ່ ເປັນຕົ້ນ, ຖ້າມັກຫຼຸດ ເຄືອຂ່າຍນັ້ນ ບໍ່ຕ້ອງເອົາເລີຍ, ໃຫ້ເລືອກເຄືອຂ່າຍອື່ນແທນ.

  1. ເຮົາໃຊ້ອິນເຕີເນັດເຮືອນເຮັດຫຍັງແດ່? ເບິ່ງໜັງ/ຫຼິ້ນເກມ?

ຕອນນີ້ ສ່ວນໃຫຍ່ແລ້ວ ເນັດສາຍເລີ່ມຕົ້ນກັນທີ່ 1Mbps, ຖ້າໃຊ້ທົ່ວໄປ ກໍ່ພຽງພໍກັນຢູ່, ແຕ່ຫາກເຮືອນໃຊ້ນຳກັນຫຼາຍຄົນໆ ແນະນຳໃຫ້ເລືອກແພັກເກັດທີ່ມີຄວາມໄວຂຶ້ນ

1 Mbps ມັນເໝາະສຳຫຼັບ 2-3ຄົນ, ແຕ່ຫາກຫຼາຍກວ່າ3ຄົນ,ໃຫ້ເລືອກ 2Mbps ຂຶ້ນໄປເລີຍ.

ສຳຫຼັບຄົນໃຊ້ມັກເບິ່ງໜັງ, ຫຼິ້ນເກມ ເບິ່ງ YouTube ແນະນຳໃຊ້ 2Mbps ຂຶ້ນໄປເລີຍໂລດ [ແຕ່ວ່າຫາກໃຊ້ພ້ອມກັນຫຼາຍຄົນ ເຮົາວ່າອາດບໍ່ພໍຊ້ຳ]

ສຳຫຼັບຄົນກັບມາເຮືອນແລ້ວໃຊ້ເນັດຕອບອີເມລທຳມະດາ, ທີ່ເຫຼືອເປີດເບິ່ງໂທລະທັດ ຫຼື ບໍ່ຄ່ອຍໃຊ້ເນັດຫຼັງກັບມາເຮືອນ, ເຮົາໃຊ້ວ່າ ເນັດທີ່ແຊຣ໌ Hotspot ກໍພໍໃຊ້ແທນໄດ້ຢູ່.

  1. ຄວາມໄວເທົ່າໃດຈຶ່ງເໝາະສົມທີ່ຈະຕິດຕັ້ງໃນເຮືອນ?

ໃນເຮືອນມີຄົນຢູ່ຈັກຄົນ, ແຕ່ລະຄົນໃຊ້ຫຍັງນຳອິນເຕີເນັດແດ່, ຖ້າຫາກວ່າ Facebook ກັບ YouTube ຈັດໂລດ 2Mbps.[ຂຶ້ນໄປ]
ມີຄົນໃຊ້ຫຼາຍ ແຮງຕ້ອງໄດ້ເລືອກແພັກເກັດທີ່ຄວາມໄວສູງຂຶ້ນ.

 

ຄຳຕອບສຸດທ້າຍ, ໃຜຄຸ້ມສຸດຕອນນີ້  ?

ແມ່ນ Unitel

ອ້າງອີງPromotionຂອງທຸກໆເຄືອຂ່າຍ, ຜູ້ທີ່ໃຫ້ຄວາມໄວແລະຖືກສຸດກວ່າໝູ່ແມ່ນ Unitel [ບອກໄວ້ກ່ອນ, ເພິ່ນບໍ່ໄດ້ຈ້າງຂຽນມາເດີ້ ເຮົາຍັງໄສ້ແຫ້ງຢູ່]

ໃຫ້ເຂົ້າໃຈງ່າຍໆ ດ້ວຍທີ່ລາຄາໄດ້ຈ່າຍເດືອນ ລະ 140,000 ກີບ ແລະໄດ້ຄວາມໄວ 2Mbps ຖ້າທຽບກັບເຈົ້າອື່ນແລ້ວ ແມ່ນໄດ້ແຕ່ຄວາມໄວ 1Mbps

ແລະແນະນຳໃຫ້ຈ່າຍລ່ວງໜ້າ 6 ເດືອນ ຈະບໍ່ໄດ້ເສຍຕ່າຕິດຕັ້ງ, ຈ່າຍເດືອນດຽວ ແຕ່ເສຍຄ່າຕິດຕັ້ງ 600,000 ບໍ່ຄຸ້ມ

ຈ່າຍລ່ວງໜ້າ 6 ເດືອນ ຈ່າຍເດືອນດຽວ ກັບຄ່າຕິດຕັ້ງ
140,000 x 6 = 840.000 ກີບ 140.000 + 600.000 = 740.000 ກີບ

 

ສະຫຼຸບວ່າ ເພີ່ມເງິນອີກ 100,000 ກີບ, ນອກຈາກຈະໃຊ້ຍາວໆໄປ 6 ເດືອນ, ຖ້າຈ່າຍພ້ອມຕອນນີ້ ໄດ້ ຟຮີໄປອີກ 1 ເດືອນ

ແປວ່າ ໄດ້ໃຊ້ 7 ເດືອນ ^o^

Unitel Promotion

 

ຖ້າຫາກແຖວເຮືອນໃຊ້ຂອງ Unitel ບໍ່ໄດ້ ?

ຫາກເຮືອນມີໂທລະສັບຕັ້ງໂຕະ, ແມ່ນໃຫ້ເລືອກເຄືອຂ່າຍໂຕນັ້ນເລີຍ. ເພາະແມ່ນຈະງ່າຍຕໍ່ການຕິດຕັ້ງ ແລະ ບາງເທື່ອອາດບໍ່ເສຍຄ່າຄິດຕັ້ງ(ອາດຈະ)
ຢ່າງເຊັ່ນ ເຮືອນໄດ້ໃຊ້ໂທລະສັບຕັ້ງໂຕະ ຂອງ ເຄືອຂ່າຍ ລາວໂທລະຄົມ, ແມ່ນໃຫ້ລອງຕິດຕໍ່ ມາຕິດຕັ້ງໃຫ້ 🙂

Promotion ຂອງຄ່າຍຕ່າງໆ

Beeline
ETL
Lao Telecom